ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ສິງຫາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກຽດເຂົ້າຮ່ວມມີ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ພ້ອມດ້ວຍ ຜູ້ແທນສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ສຸມໃສ່ປຶກສາຫາລື ແລະ ຮັບຮອງຫລາຍເນື້ອໃນທີ່ສໍາຄັນ ເປັນຕົ້ນ ພ້ອມກັນຕີລາຄາຄືນຢ່າງ ຮອບດ້ານເລິກເຊິ່ງ ກ່ຽວກັບຜົນສໍາເລັດ ຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ, ຈຸດສຸມ ທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ພ້ອມທັງ ຍົກໃຫ້ເຫັນສາເຫດ, ຜົນສໍາເລັດ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ. ພ້ອມນີ້, ກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030), ກົດລະບຽບ ຄຊປປລ ແລະ ກົດລະບຽບ ການຈັດຕັ້ງເຍົາວະຊົນທັນວາ ສະໄໝທີ IX (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງ ແລະ ການເຄື່ອນໄຫວຕົວຈິງ. ພ້ອມທັງ ຕີລາຄາຄືນການດໍາເນີນການສໍາຫລວດກວດກາ ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຊຸດທີ VIII. ພ້ອມກັນນີ້, ໃນກອງປະຊຸມຜູ້ແທນສົມບູນ ຍັງໄດ້ໃຊ້ສິດຂອງຕົນປ່ອນບັດຂັດເລືອກ ເອົາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດທີ IX ເພື່ອສືບຕໍ່ນຳພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.
ໃນໂອກາດດຽວກັນ, ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານ ໃນໄລຍະ 5 ປີຜ່ານມາ ເຊິ່ງ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນໄດ້ນຳພາ-ຊີ້ນຳ ການຈັດຕັ້ງຊາວໜຸ່ມ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ປະຕິບັດໜ້າທີ່ພາລະບົດບາດຂອງຕົນ ດ້ວຍຄວາມຟົດຟື້ນຫ້າວ ຫັນ, ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ຕະຫລອດໄລຍະ 5 ປີ ຜ່ານມາ ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້, ເຮັດໃຫ້ຊາວໜຸ່ມລາວບັນດາເຜົ່າ ມີນ້ຳໃຈຮັກຊາດອັນດູດດື່ມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ມີຄວາມກະຕັນຍູກະຕະເວທີຕໍ່ຜູ້ມີຜົນງານຄວາມດີ, ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມກ້າວໜ້າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການປັບປຸງການຈັດຕັ້ງກົງຈັກເສນາທິການຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເປັນໄປຕາມທິດກະທັດລັດ ແລະ ມີປະສິດທິພາບ, ການສ້າງສະມາຊິກຊາວໜຸ່ມໃຫ້ກາຍເປັນສະມາຊິກພັກໃຫ້ກາຍເປັນກຳລັງແຮງ ແລະ ເປັນພະນັກງານສືບທອດຂັ້ນການນຳຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຂັ້ນສູນກາງ, ແຂວງ, ນະຄອນຫລວງວຽງຈັນ, ກະຊວງ ແລະ ອົງການຢ່າງຫລວງຫລາຍ. ນອກຈາກນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍດ້ານ, ລວມທັງຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້, ທິດທາງ ແລະ ວຽກງານຈຸດສຸມຂອງຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນ 5 ປີຕໍ່ໜ້າ ນັບແຕ່ ປີ 2026-2030.