ໃນວັນທີ 15 ສິງຫາ 2025 ທີ່ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມາຣິດ ສະງ່ຽມພົງ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10 ທີ່ ເມືອງອານໜິງ, ແຂວງຢຸນໜານ, ສປ ຈີນ.
ໃນການພົບປະ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ໄທ ຕະຫລອດໄລຍະ 75 ປີ ຜ່ານມາ ໂດຍກວມເອົາທຸກຂົງເຂດວຽກງານ ຜ່ານກົນໄກການຮ່ວມມືຕ່າງໆ ນັບແຕ່ຂັ້ນ ສູນກາງຮອດທ້ອງຖິ່ນ; ບັນດາໂຄງການຮ່ວມມືຂອງສອງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດເປັນ ກ້າວໆມາ; ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນທຸກລະດັບ ຢ່າງເປັນປົກກະຕິ. ສອງຝ່າຍ ໄດ້ປຶກສາ ຫາລື ເພື່ອຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ດ້ານອື່ນໆ ໃນຕໍ່ໜ້າ. ໃນນີ້, ສອງຝ່າຍໄດ້ເຫັນດີມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ປະສານງານ ເພື່ອຄວາມເປັນເອກະພາບກັນ ແລະ ການ ກຽມຄວາມພ້ອມໃຫ້ແກ່ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ທີ່ມີແຜນຈະຈັດ ຂຶ້ນໃນທ້າຍປີ 2025 ລວມເຖິງການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະເທດ ໃນໂອກາດວັນ ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 75 ປີ ໃນປີ 2025 ນີ້. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບສະພາບການທີ່ພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ການພົບປະຄັ້ງນີ້, ຝ່າຍໄທ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການປັດຈຸບັນ ຂອງຊາຍແດນ ໄທ ແລະ ກໍາປູເຈຍ ຊຶ່ງຝ່າຍລາວ ກໍໄດ້ສະແດງຄວາມຍິນດີ ທີ່ເຫັນວ່າສອງປະເທດ ກໍາປູເຈຍ ແລະ ໄທ ສາມາດຫັນໜ້າເຂົ້າ ຫາກັນ, ກັບເຂົ້າສູ່ໂຕະເຈລະຈາ ເພື່ອແກ້ໄຂບັນຫາດ້ວຍສັນຕິວິທີ ຜ່ານຊ່ອງທາງການທູດ ແລະ ບັນດາກົນໄກການ ຮ່ວມມືຂອງສອງຝ່າຍທີ່ມີຢູ່. ສປປ ລາວ ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແດນຕິດຈອດ ກັນ ແລະ ມີສາຍພົວພັນທີ່ດີກັບ ກຳປູເຈຍ ແລະ ໄທ, ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະພາບການທີ່ເກີດຂຶ້ນ ແລະ ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບ ຈາກເຫດການໃນຄັ້ງນີ້.
ຂ່າວ: ກະຊວງການຕ່າງປະເທດ