ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ (Ma Thereza P. Lazaro) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ຟິລິບປິນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການ ຮ່ວມມືສອງຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ໃນລະຫວ່າງວັນທີ 13-14 ສິງຫາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃຫ້ ໄດ້ຮັບໝາກຜົນຍິ່ງໆຂຶ້ນ.
ໃນວັນທີ 13 ສິງຫາ 2025, ທີ່ກະຊວງການຕ່າງປະເທດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ພົບປະສອງຝ່າຍ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ເພື່ອທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 2 ປີຜ່ານມາ ພາຍຫລັງກອງປະຊຸມ JCBC ລາວ-ຟິລິບປິນ ຄັ້ງທີ 2 ທີ່ໄດ້ຈັດຂຶ້ນຢູ່ ສປປ ລາວ ໃນເດືອນສິງຫາ 2023, ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃນປັດຈຸບັນ, ພ້ອມທັງໄດ້ຮ່ວມກັນກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍ ການຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໄປເລື້ອຍໆ.

ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ຟິລິບປິນ ຢ່າງເປັນທາງການ ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະ ຫວ່າງສອງປະເທດ, ທັງເປັນການປະກອບສ່ວນສະເຫລີມສະຫລອງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງສອງປະເທດ ໃນປີ 2025 ນີ້. ພ້ອມນີ້, ຍັງໄດ້ປຶກສາຫາລືກ່ຽວກັບການເຊື້ອເຊີນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມາຢ້ຽມຢາມປະເທດຟິລິບປິນ ໃນທ້າຍປີ 2025 ນີ້ ເພື່ອເປັນການສະເຫລີມ ສະຫລອງຄົບຮອບປີສຳຄັນດັ່ງກ່າວຂອງສອງປະເທດ. ໃນຂະນະດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຟິລິບປິນ ຄົນໃໝ່, ພ້ອມທັງ ໄດ້ເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ.
ນອກຈາກນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ໃນດ້ານການເມືອງ, ດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກໍາ, ພະລັງງານ, ເຕັກໂນໂລຊີ ແລະ ການສື່ສານ, ການສຶກສາ, ວັດທະທໍາ-ສັງຄົມ ແລະ ອື່ນໆ, ລວມທັງການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຟິລິບປິນ ແລະ ເຫັນດີຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານຕ່າງໆດັ່ງກ່າວ ໃຫ້ຂະຫຍາຍຕົວກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ, ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມ ສົນໃຈຮ່ວມກັນ.
ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ຕະຫລອດໄລຍະ 70 ປີ ຜ່ານມາ ຊຶ່ງໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ ເຫັນໄດ້ຈາກມີການ ແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ແລະ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມ ພາກພື້ນ ແລະ ສາກົນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ.
ໃນຕອນທ້າຍກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກ ກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ຊຶ່ງເປັນເອກະສານສໍາຄັນໃນຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ ເພື່ອເປັນບ່ອນອີງ ໃຫ້ແກ່ສອງກະຊວງການຕ່າງປະເທດ ກໍຄື ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ຊອກຫາຊ່ອງທາງຮ່ວມມື ກັນໃນຂະແໜງທີ່ສອງປະເທດມີທ່າແຮງ ຕາມຂົງເຂດທີ່ໄດ້ກຳນົດໃນເນື້ອໃນຂອງບົດບັນທຶກສະບັບດັ່ງກ່າວ ເປັນ ຕົ້ນ ດ້ານພະລັງງານສະອາດ, ກະສິກໍາທັນສະໄໝ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ຮ່ວມກັນ ເປີດກາສັນຍາລັກສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ສອງປະເທດ ຢ່າງເປັນທາງການ.
ໃນວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຍັງໄດ້ໄປວາງພວງມາລາ ທີ່ ອານຸສາວະລີຂອງ ທ່ານ Rizal ທີ່ເປັນວິລະບຸລຸດຂອງປະຊາຊົນຟິລິບປິນ ໃນການຕໍ່ສູ້ເອົາເອກະລາດຈາກຕ່າງຊາດ; ວາງກະຕ່າດອກໄມ້ ຢູ່ຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ ສວນອາຊຽນ; ໄປຢ້ຽມຢາມຫໍພິພິດຕະພັນແຫ່ງຊາດ ຂອງປະເທດຟິລິບປິນ. ນອກຈາກນີ້, ຍັງໄດ້ໄປຢ້ຽມຢາມ ແລະ ໃຫ້ກຽດໂອ້ລົມພະນັກງານຢູ່ສະຖານເອກອັກຄະລັດທະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຟິລິບປິນ ຕື່ມອີກ.