Home ຂ່າວການເມືອງ ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

0

ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານໃນຂະແໜງກະສິກຳ” ຜ່ານລະບົບອອນລາຍ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ແທນຈາກປະເທດສະມາຊິກອາຊຽນ, ສໍານັກງານກອງເລຂາອາຊຽນ, ປະເທດຄູ່ຮ່ວມງານອາຊຽນ (ສປ ຈີນ, ສ ເກົາຫລີ ແລະ ຍີປຸ່ນ), ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານອາຊຽນ, ອົງການແຮງງານສາກົນ ແລະ ອົງການສາກົນ ເພື່ອການເຄື່ອນຍ້າຍແຮງງານ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ມີຈຸດປະສົງ ເພື່ອຍົກສູງຄວາມສໍາຄັນໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກ ແຮງງານ ໂດຍສະເພາະຜູ້ອອກແຮງງານໃນຂະແໜງກະສິກຳ ທີ່ຕິດພັນກັບຕ່ອງໂສ້ການຜະລິດເພື່ອສົ່ງອອກ ແລະ ຍົກລະດັບມາດຕະຖານການກວດກາແຮງງານ ໃນຂະແໜງກະສິກຳຂອງພາກພື້ນໃນອາຊຽນ ໃຫ້ມີປະສິດທິພາບ. ພ້ອມນັ້ນ, ຍັງເປັນການປຶກສາຫາລືກ່ຽວກັບ ຄວາມທ້າທາຍທີ່ຜູ້ອອກແຮງງານໃນຂະແໜງກະສິກຳຕ້ອງໄດ້ພົບ ໂດຍສະເພາະຄວາມສ່ຽງໃນການເຮັດວຽກ, ລັກສະນະການຈ້າງງານໃນຮູບແບບທີ່ບໍ່ເປັນທາງການ ຫລື ການຈ້າງງານນອກລະບົບ, ການຖືກຈໍາກັດໃນການເຂົ້າເຖິງລະບົບປະກັນສັງຄົມ ແລະ ອື່ນໆ.

ທ່ານ ອຸດອນ ມະນີບຸນ ໄດ້ມີຄໍາເຫັນວ່າ: ເຈົ້າໜ້າທີ່ກວດກາແຮງງານ ແມ່ນຜູ້ທີ່ມີບົດບາດສຳຄັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ການສ້າງເງື່ອນໄຂການເຮັດວຽກທີ່ປອດໄພ, ການຈັດກອງປະຊຸມໃນຄັ້ງນີ້ ສະແດງໃຫ້ເຫັນເຖີງຄວາມເອົາໃຈໃສ່ຂອງບັນດາປະເທດສະມາຊິກອາຊຽນ ໃນການສົ່ງເສີມການຄຸ້ມຄອງສະພາບຄວາມເປັນຢູ່ຂອງຜູ້ອອກແຮງງານໃນພາກພື້ນ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີໃນການວາງນະໂຍບາຍ, ແຜນຍຸດທະສາດ, ກົນໄກການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ ຜູ້ອອກແຮງງານໃນຂະແໜງກະສິກຳທີ່ຕິດພັນກັບຕ່ອງໂສ້ການຜະລິດ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ສຸຂະພາບຂອງຜູ້ອອກແຮງງານ, ພ້ອມນັ້ນຍັງໄດ້ແລກປ່ຽນກົນໄກໃນການເກັບກໍາ ແລະ ວິເຄາະຂໍ້ມູນດ້ານຄວາມສ່ຽງ, ການໄດ້ຮັບບາດເຈັບ ຫລື ເປັນພະຍາດທີ່ເກີດຈາກການເຮັດວຽກໃນຂະແໜງກະສິກໍາ ແລະ ແລກປ່ຽນບົດຮຽນໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານກວດ ການແຮງງານ ແລະ ວຽກງານດ້ານຄວາມປອດໄພດ້ານແຮງງານໃນຂະແໜງການດັ່ງກ່າວ.

ສໍາລັບ ກອງປະຊຸມກວດກາແຮງງານອາຊຽນຄັ້ງທີ 14 ແມ່ນມີກໍານົດຈັດໃນທ້າຍເດືອນຕຸລາ 2025 ພາຍໃຕ້ການເປັນເຈົ້າພາບຂອງປະເທດມາເລເຊຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version