ໃນວັນທີ 2 ສິງຫາ 2025 ນີ້, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດງານແຂ່ງຂັນ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ທົ່ວປະເທດ ຄັ້ງທີ I ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ເວົ້າລວມ, ເວົ້າສະເພາະ ກະຊວງປ້ອງກັນຄວາມສະຫງົບ ໄດ້ພ້ອມກັນສ້າງກິດຈະກໍາ, ຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ທີ່ຈະໄຂຂຶ້ນໃນມໍ່ໆ ນີ້ ແລະ ສຸມໃສ່ຈັດຕັ້ງຜັນຂະຫຍາຍ 6 ວຽກງານຈຸດສຸມ ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສົກປີ 2024-2025 ໃຫ້ເປັນວຽກງານທົ່ວປວງຊົນ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີບັນດາແຂກຖືກເຊີນ, ຄະນະກໍາມະການ, ນັກປະພັນ ປະດິດຄິດແຕ່ງ, ສິລະປິນ, ນັກຮ້ອງ, ໝໍລໍາ ແລະ ບັນດາມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ສ້າງກິດຈະກໍາ ແລະ ຂະບວນການນີ້ມາເປັນເວລາ 5 ເດືອນກວ່າ ໂດຍເລີ່ມຈາກຖະແຫຼງການ, ແຈ້ງການ ຂອງປະທານ ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ຜ່ານວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍຕ່າງໆ ນັບແຕ່ວັນທີ 19 ກຸມພາ-4 ເມສາ 2025 ຈຶ່ງໄດ້ປິດຮັບຜົນງານ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ; ຄະນະຮັບຜິດຊອບການປະກວດ ໄດ້ກວດເນື້ອໃນ, ທໍານອງຜົນງານການປະດິດຄິດແຕ່ງ ໃນຮອບທີ 1 ໃນລະຫວ່າງ ວັນທີ 19-30 ພຶດສະພາ 2025 ໂດຍມີຜົນງານ ຂອງນັກປະພັນ ປະດິດຄິດແຕ່ງອາຊີບ, ເຄິ່ງອາຊີບ ແລະ ສະໝັກຫຼິ້ນ ສົ່ງເຂົ້າປະກວດ ປະເພດເພງຮ້ອງ 46 ບົດ, ກອນຂັບ-ລໍາ 26 ບົດ ແລະ ລະຄອນສັ້ນ 20 ເລື່ອງ, ຜ່ານການຄັດເລືອກເຂົ້າຮອບທີ 2 ມີເພງຮ້ອງ 22 ບົດ, ກອນຂັບ-ລໍາ 13 ບົດ ແລະ ລະຄອນສັ້ນ 18 ເລື່ອງ. ຈາກນັ້ນ, ໄດ້ຄັດເລືອກເອົາຜົນງານເຂົ້າຊີງລາງວັນອັນດັບທີ I, II, III ມີເພງຮ້ອງ 12 ບົດ, ກອນຂັບ-ລໍາ 10 ບົດ ແລະ ລະຄອນສັ້ນ 5 ເລື່ອງ. ສະນັ້ນ, ໃນມື້ນີ້ຈຶ່ງໄດ້ຈັດງານແຂ່ງຂັນ ເພື່ອຄັດເລືອກອັນດັບທີ I, II, III ຂອງແຕ່ລະປະເພດ.
ຜົນການແຂ່ງຂັນ ສໍາລັບ ເພງຮ້ອງ ອັນດັບທີ I ບົດເພງ ສິ່ງເສບຕິດ ຢ່າຄິດຢາກລອງ ຂອງນັກປະພັນ ຄໍາແຜ່ວ ຫອມຣັດສະໝີ ເຊິ່ງຮ້ອງໂດຍ ທ້າວ ຄໍາຕາ ລໍທິເດດ ໄດ້ຮັບລາງວັນເງິນສົດ 20.000.000 ກີບ, ອັນດັບທີ II ມີ 2 ລາງວັນຄື: ບົດເພງ ເດັດດ່ຽວປາບປາມຢາເສບຕິດ ຂອງນັກປະພັນ ຄໍາສະແຫວງ ວາດສະໜາສົ່ງ, ຮ້ອງໂດຍ ທ້າວ ວຽງທອງ ລົດຫາລາດ ແລະ ບົດເພງ ຮ່ວມໃຈຕ້ານໄພຢາເສບຕິດ ຂອງນັກປະພັນ ສຸກສາຄອນ ພົມມະວິຫານ ຮ້ອງໝູ່ ຍິງ-ຊາຍ ໄດ້ຮັບລາງວັນເງິນສົດ ລາງວັນລະ 18.000.000 ກີບ ແລະ ອັນດັບທີ III ມີທັງໝົດ 9 ລາງວັນ ໄດ້ຮັບເງິນສົດ ລາງວັນລະ 15.000.000 ກີບ; ປະເພດ ກອນຂັບ-ລໍາ ອັນດັບທີ I ລໍາແລ່ ຢ່າຄິດຢາກລອງ ຂອງນັກປະພັນ ພັນຕີ ສຸລິຍາ ຈັນທະວິໄຊ, ຂັບ-ລໍາໂດຍ ທ້າວ ບຸນນໍາ ໄຊຍະລາດ ໄດ້ຮັບລາງວັນເງິນສົດ 20.000.000 ກີບ, ອັນດັບທີ II ມີ 2 ລາງວັນຄື: ລໍາຜູ້ໄທ ຈົ່ງຫ່າງໄກຢາເສບຕິດ ຂອງນັກປະພັນ ຄໍາພຸດ ເທບພະນົມ, ຂັບ-ລໍາໂດຍ ທ້າວ ແນັກ ໂພທິມາດ ແລະ ລໍາຜູ້ໄທ ຮ່ວມໃຈຕ້ານຢາເສບຕິດ ຂອງນັກປະພັນ ບ່າວແມນ ອິນເຕີ ຂັບ-ລໍາໂດຍ ນາງ ການ້ອຍ ຫຼ້າພາວັນ ໄດ້ຮັບເງິນສົດ ລາງວັນລະ 18.000.000 ກີບ ແລະ ອັນດັບທີ III ມີທັງໝົດ 7 ລາງວັນ ໄດ້ຮັບເງິນສົດ ລາງວັນລະ 15.000.000 ກີບ; ປະເພດລະຄອນສັ້ນ ອັນດັບທີ I ລະຄອນສັ້ນເລື່ອງ ເສຍໂອກາດ ໄດ້ຮັບເງິນລາງວັນ 30.000.000 ກີບ, ອັນດັບທີ II ມີ 2 ລາງວັນຄື: ລະຄອນສັ້ນເລື່ອງ ເງົາໃນເຮືອນ ແລະ ລະຄອນສັ້ນເລື່ອງ ສຸດຫົວໃຈ ໄດ້ຮັບເງິນສົດ ລາງວັນລະ 25.000.000 ກີບ ແລະ ລາງວັນທີ III ມີ 2 ລາງວັນຄື: ລະຄອນສັ້ນເລື່ອງ ໂອກາດ ແລະ ລະຄອນສັ້ນເລື່ອງ ເສບ ໄດ້ຮັບເງິນສົດລາງວັນລະ 20.000.000 ກີບ.
ສໍາລັບ ເພງຮ້ອງ, ກອນ-ຂັບລໍາ ແລະ ລະຄອນສັ້ນ ທີ່ໄດ້ຮັບລາງວັນໃນຄັ້ງນີ້ ຈະຖືກນໍາມາສາຍອອກທາງສື່ໂທລະພາບ ແລະ ສື່ສັງຄົມອອນລາຍ ເພື່ອເປັນການເຜີຍແຜ່ໃຫ້ສັງຄົມ ຮູ້ໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ.
ໂດຍ: ສຸກສົງການ ຫຼ້າບຸນມີ