ໃນວັນທີ 31 ກໍລະກົດ 2025 ຜ່ານມາ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 12 ໃນຮູບແບບທາງໄກ ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ Sun Weidong ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ນາງ Rujikorn Saengchantr ຫົວໜ້າກົມເສດຖະກິດສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຊັ່ນ: ກຳປູເຈຍ, ລາວ, ຫວຽດ ນາມ ແລະ ມຽນມາ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າການຮ່ວມມືໃນໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງຮ່ວມກັນປຶກສາຫາລຶື ການກະກຽມຮອບດ້ານໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນວັນທີ 14-15 ສິງຫາ 2025 ທີ່ ເມືອງອານໜິງ ແຂວງ ຢຸນນານ, ສປ ຈີນ ໂດຍສະເພາະແມ່ນການຮ່າງບັນດາເອກະສານ ທີ່ຈະສະເໜີໃຫ້ບັນດາລັດຖະມົນຕີຮັບຮອງເອົາໃນກອງປະ ຊຸມດັ່ງກ່າວ.
ໂອກາດນີ້, ທ່ານ ສົມບູນ ສີຫານາດ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຕະຫລອດໄລຍະຜ່ານມາ ໂດຍສະເພາະແມ່ນບັນດາໂຄງການ ທີ່ໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ ພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ກໍຄື ຂອງ ສປປ ລາວ. ນັບຕັ້ງແຕ່ການສ້າງຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນປີ 2017 ເປັນຕົ້ນມາ, ໄລຍະຜ່ານມາ ສປປ ລາວ ໄດ້ຮັບໂຄງການຊ່ວຍເຫລືອ ທັງໝົດ 100 ໂຄງການ ລວມມູນຫລາຍກວ່າ 26 ລ້ານໂດລາສະຫະລັດ. ສຳລັບປີ 2025-2026 ສປປ ລາວ ໄດ້ຮັບ 10 ໂຄງການ ລວມມູນຄ່າ 2.823.600 ໂດລາສະຫະລັດ.