ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ຫ້ອງການແນວລາວສ້າງຊາດແຂວງຄຳມ່ວນ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ຈັດກິດຈະກໍາສ້າງຂະບວນການຂີ່ລົດຖີບ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນແຫ່ງຊາດ-ການພິມຈໍາໜ່າຍ ຄົບຮອບ 75 ປີ ວັນທີ 02 ສິງຫາ 2025 ໂດຍມີທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນ ແຂວງຄໍາມ່ວນ, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍບັນດາພາກສ່ວນບໍລິສັດ ແລະ ນັກຂີ່ລົດຖີບຈາກບັນດາສະໂມສອນຕ່າງໆພາຍໃນແຂວງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ທ່ານ ພິດສະໄໝ ກອງຊາເດດ ໄດ້ຍົກໃຫ້ເຫັນເຖິງປະຫວັດການກໍາເນີດຄວາມເປັນມາ, ຄວາມໝາຍ-ຄວາມສໍາຄັນຂອງ 02 ວັນດັ່ງກ່າວ. ສໍາລັບຄວາມເປັນມາຂອງແນວລາວສ້າງຊາດແມ່ນຜ່ານ 03 ໄລຍະເວລາຄື: ໄລຍະແຕ່ປີ 1950-1956, ໄລຍະແຕ່ປີ 1956-1979 ໄດ້ມີການປ່ຽນຊື່ຈາກ “ແນວລາວອິດສະຫລະ” ມາເປັນ “ແນວລາວຮັກຊາດ” ແລະ ໄດ້ປ່ຽນຊື່ໜັງສືພິມລາວອິດສະຫລະ ມາເປັນ “ໜັງສືພິມລາວຮັກຊາດ”, ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແຕ່ປີ 1975 ເຖິງປັດຈຸບັນ ໂດຍໄດ້ມີການປ່ຽນຊື່ຈາກ “ແນວລາວຮັກຊາດ” ໃນເມື່ອກ່ອນມາເປັນ “ແນວລາວສ້າງຊາດ” ແລະ ໄດ້ປ່ຽນຊື່ໜັງສືພິມລາວຮັກຊາດ ມາເປັນ “ໜັງສືພິມປະຊາຊົນ” ຈົນເຖິງປັດຈຸບັນ, ເຊິ່ງໃນກອງປະຊຸມໃຫຍ່ຄັ້ງທີ IV ຜູ້ແທນແນວລາວສ້າງຊາດທົ່ວປະເທດທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກຸມພາ 1979 ທີ່ນະຄອນຫລວງວຽງຈັນ ກອງປະຊຸມໃນຄັ້ງນັ້ນໄດ້ແຕ່ງຕັ້ງທ່ານ ສຸພານຸວົງ ເປັນປະທານສູນກາງແນວລາວສ້າງຊາດ.
ທ່ານ ພິດສະໄໝ ກອງຊາເດດ ກ່າວຕື່ມວ່າ: ການຈັດກິດຈະກໍາຂີ່ລົດຖີບໃນຄັ້ງນີ້ ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍ-ຄວາມສໍາຄັນ ນອກຈາກຈະເປັນຂະບວນການແລ້ວ ຍັງເປັນການສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີປອງດອງຂອງປວງຊົນ ເພື່ອປະກອບສ່ວນໃນການປະຕິບັດ 02 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍຄືການສະເຫລີມສະຫລອງ 02 ວັນປະຫວັດສາດຂອງຊາດລາວຄື: ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນແຫ່ງຊາດ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີໃນປີ 2025 ນີ້.
ໃນໂອກາດດຽວກັນ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ຜູ້ດຽວ ຍັງໄດ້ມອບເງິນ 10 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນການຈັດກິດຈະກຳໃນຄັ້ງນີ້, ເຊິ່ງມອບໂດຍທ່ານ ຈູ່ ຊຽງລີ່ ຮອງຜູ້ອໍານວຍການບໍລິສັດ ແລະ ກ່າວຮັບໂດຍທ່ານ ພິດສະໄໝ ກອງຊາເດດ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ