Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ພົບປະໂອ້ລົມການນໍາເມືອງບໍ່ແຕນ ແລະ ປະຊາຊົນເຂດບ້ານຕົ້ນຕານ

ນາຍົກລັດຖະມົນຕີ ພົບປະໂອ້ລົມການນໍາເມືອງບໍ່ແຕນ ແລະ ປະຊາຊົນເຂດບ້ານຕົ້ນຕານ

0

ຂປລ. ໃນໂອກາດລົງເຄື່ອນໄຫວວຽກງານຢູ່ແຂວງໄຊຍະບູລີ ໃນວັນທີ 31 ລະກົດ 2025 ນີ້, ທ່ານ ປອ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງພົບປະໂອ້ລົມ ການນໍາຂອງເມືອງບໍ່ແຕນ ແລະ ປະຊາຊົນເຂດບ້ານຕົ້ນຕານ ຢູ່ທີ່ບ້ານດັ່ງກ່າວ, ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ມີການນໍາຫລັກແຫລ່ງຂອງເມືອງ ແລະ ປະຊາຊົນເຂດບ້ານ ຕົ້ນຕານ ໃຫ້ການຕ້ອນຮັບ. ພ້ອມທັງໄດ້ລົງເບິ່ງສະຖານທີ່ຈະປັບປຸງກໍ່ສ້າງຫໍພັກນັກຮຽນ ໂຮງຮຽນ ມຕົ້ນ ບ້ານຕົ້ນຕານ ຕື່ມອີກ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເນັ້ນໃຫ້ການນໍາເມືອງເອົາໃຈ ໃສ່ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ ໃຫ້ຄະນະພັກ-ຄະນະນໍາ, ອົງການປົກຄອງແຕ່ລະຂັ້່ນ ແລະ ປະຊາຊົນບັນດາເຜົົ່າ, ໃຫ້ສືບຕໍໍ່ຮັກສາໄດ້ມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຄົາລົບ, ປະຕິບັດຕາມກົດໝາຍ ແລະ ລະບຽບການວາງອອກຢ່າງເຂັ້ມງວດປະກອບສ່ວນໃນການແກ້ໄຂບັນຫາປະກົດການຫຍໍໍ້ທໍ້ຕ່າງໆ; ເອົາໃຈໃສ່ຫັນກໍາລັງລົງກໍໍ່ສ້າງຮາກຖານການເມືອງຕິດພັນກັບ 4 ເນື້ອໃນ, 4 ຄາດໝາຍ ເປັນຕົົ້ນ ແມ່ນເຂດບໍລິເວນທີ່ຫລໍ່ແຫລມຢູ່ລຽບຊາຍແດນ, ອັດປ່ອງຂ້າມລອຍ, ຮັບປະກັນບໍໍ່ໃຫ້ມີເຫດການບໍ່ດີໃດໆເກີດຂຶ້ນຕາມຊາຍແດນຢ່າງເດັດຂາດ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍຕົວຊີ້ວັດຕ່າງໆ ທີ່ບໍ່ທັນບັນລຸຄາດໝາຍ ເປັນຕົ້ນ ແມ່ນ 2 ຄາດໝາຍໃນຂະແໜງສາທາລະນະສຸກ, ເອົາໃຈໃສ່ປັບປຸງໂຮງໝໍເມືອງ, ສຸກສາລາຕ່າງໆໃຫ້ບໍລິການປະຊາຊົນດ້ວຍຄຸນນະພາບທີ່ດີຂຶ້ນ ແລະ ສືບຕໍ່ຊຸກຍູ້ປະຊາຊົນ ທໍາການຜະລິດໃຫ້ຫລາຍດ້ວຍການປູກຝັງ-ລ້ຽງສັດຕາມທ່າແຮງແຕ່ລະຂົງເຂດ.

ໃນໂອກາດດຽວກັນນີ້, ທ່ານ ບຸນພະລັງ ວິໄລສັກ ເລຂາພັກເມືອງບໍ່ແຕນ ໄດ້ລາຍງານການພັດທະນາຂອງເມືອງໂດຍສັງເຂບ ວ່າ: ທົ່ວເມືອງມີ 26 ບ້ານ, ມີ 3.475 ຄອບຄົວ, ມີພົນລະເມືອງທັງໝົດ 19.699 ຄົນ, ຍິງ 9.700 ຄົນ, ປະຊາຊົນສ່ວນໃຫຍ່ຍຶດຖືການປູກພືດ, ລ້ຽງສັດໃຫຍ່ປະເພດງົວ, ຄວາຍ ເປັນອາຊີບຕົ້ນຕໍ, ມີດ່ານປະເພນີ 4 ດ່ານ, ມາຮອດປັດຈຸບັນ ເສດຖະກິດຂອງເມືອງຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 5,5% ຕໍ່ປີ, ລວມຍອດລາຍຮັບໃນທົ່ວເມືອງ ບັນລຸໄດ້ 509,98 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໜຶ່ງໄດ້ 26,07 ລ້ານກີບຕໍ່ຄົນຕໍ່ປີ, ການຜະລິດສະບຽງອາຫານ, ປັດຈຸບັນໄດ້ສຸມໃສ່ ປູກເຂົ້ານາປີ ສໍາເລັດ 100% ໃນເນື້ອທີ່ 3.341,29 ເຮັກຕາ ແລະ ການປູກພືດອຸດສາຫະກຳເປັນສິນຄ້າ ປູກຫລາຍກວ່າໝູ່ແມ່ນມັນຕົ້ນ ມີເນື້ອທີ່ 3.400 ເຮັກຕາ, ສາລີ 200 ເຮັກຕາ ແລະ ປູກພືດຕະກູນຖົ່ວຈຳນວນໜຶ່ງ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version