Home ຂ່າວໜ້າໜຶ່ງ ມອບ-ຮັບ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

ມອບ-ຮັບ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ

0

ພິທີມອບ-ຮັບ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2025 ນີ້, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມພາກສ່ວນກ່ຽວຂ້ອງ.

ໃນພິທີ, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ. ຈາກນັ້ນ, ທ່ານ ພົນເອກ ເລືອງ ຕາມ ກວາງ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ກໍຄືຕາງໜ້າ ກະຊວງປ້ອງຄວາມສະຫງົບ ສສ ຫວຽດນາມ ກ່າວມອບ ໂຄງການກໍ່ສ້າງ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃຫ້ກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ ປົກປັກຮັກສາ ແລະ ນໍາໃຊ້ຢ່າງເປັນທາງການ.

ພົນເອກ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ເພື່ອເຮັດໃຫ້ການແກ້ໄຂບັນຫາຢາເສບຕິດດໍາເນີນໄປຢ່າງຄົບຊຸດ, ມີປະສິທິຜົນ ໃນການຈັດຕັ້ງປະຕິບັດ ມັນມີຄວາມຈໍາເປັນຕ້ອງມີສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ທີ່ເປັນລະບົບຄົບຊຸດ ເພື່ອຊ່ວຍຜູ້ຕິດຢາເສບຕິດ ໄດ້ເຂົ້າເຖິງການປິ່ນປົວ ແລະ ຟື້ນຟູສຸຂະພາບຖືກວິທີ, ຢຸດເຊົາການເສບຢາຢ່າງຖາວອນ, ໄດ້ຮັບການຝຶກວິຊາຊີບ ໃຫ້ສາມາດທຳມາຫາກິນ ແລະ ດຳລົງຊີວິດຮ່ວມກັບຄົນໃນສັງຄົມໄດ້ປົກກະຕິ.

ດ້ວຍເຫດນັ້ນ ພັກ, ລັດຖະບານ ລາວ-ຫວຽດນາມ ຈິ່ງໄດ້ຕົກລົງເປັນເອກະພາບ ມອບໃຫ້ລັດຖະມົນຕີຂອງສອງກະຊວງປ້ອງກັນຄວາມສະຫງົບ ຮ່ວມກັນວາງສີລາລຶກ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແຫ່ງນີ້ ໃນວັນທີ 12 ກໍລະກົດ 2024 ດ້ວຍທຶນຊ່ວຍຈາກລັດຖະບານ ສສ ຫວຽດນາມ.

ສູນແຫ່ງນີ້ ຈະກາຍເປັນສັນຍາລັກແຫ່ງມິດຕະພາບ ລາວ-ຫວຽດນາມ, ເປັນ ສູນຕົວແບບໃນການປິ່ນປົວຜູ້ຕິດຢາເສບຕິດ ເນື່ອງຈາກເປັນສູນ ທີ່ມີລະບົບພື້ນຖານໂຄງລາງຄົບຊຸດ, ມີອຸ ປະກອນ ແລະ ເຄື່ອງມືທີ່ຈຳເປັນ, ມີພະນັກງານແພດໝໍ ທີ່ໄດ້ຮັບການຝຶກອົບຮົມວຽກງານປິ່ນປົວ ແລະ ພື້ນຟູສຸຂະພາບຜູ້ຕິດຢາເສບຕິດ ມາໂດຍສະເພາະ.

ເຊິ່ງຕະຫຼອດໄລຍະຜ່ານມາກໍໄດ້ຖືເອົາການປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ເປັນໜ້າວຽກໜຶ່ງທີ່ສໍາຄັນ ເພື່ອຊ່ວຍໃຫ້ເຂົາເຈົ້າຫຼຸດພົ້ນອອກຈາກວົງ ຈອນຢາເສບຕິດ, ມີສຸຂະພາບທີ່ດີ ປະກອບສ່ວນເຂົ້າໃນການສ້າງພັດທະນາປະເທດຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version