Home ຂ່າວຕ່າງປະເທດ ການຊຸກຍູ້ສັນຕິພາບ-ຄວາມໝັ້ນຄົງສາກົນ ຜ່ານລັດທິ ຫລາຍຝ່າຍ-ການແກ້ໄຂຄວາມຂັດ ແຍ້ງກັນໂດຍສັນຕິ

ການຊຸກຍູ້ສັນຕິພາບ-ຄວາມໝັ້ນຄົງສາກົນ ຜ່ານລັດທິ ຫລາຍຝ່າຍ-ການແກ້ໄຂຄວາມຂັດ ແຍ້ງກັນໂດຍສັນຕິ

0

ວິທະຍຸສາກົນ ແຫ່ງ ສປ ຈີນ ເມື່ອບໍ່ດົນມານີ້ ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການສະ​ຫະປະ​ຊາ​ຊາດ (ສປຊ) ໄດ້​ຈັດກອງ​ປະ​ຊຸມ ​​​ພາຍ​ໃຕ້​ຫົວ​ຂໍ້ “​ການ​ຊຸກ​ຍູ້ສັນ​ຕິ​ພາບ ​ແລະ​ ຄວາມ​ໝັ້ນ​ຄົງ​ສາ​ກົນ ຜ່ານ​ລັດ​ທິ​ຫລາຍຝ່າຍ ​ແລະ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ ​ໂດຍ​ສັນ​ຕິ” ໂດຍໄດ້​ເປັນເອ​ກະ​ພາບ​ກັນຮັບ​ຮອງເອົາ​ມະ​ຕິ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີກົນ​ໄກ ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນໂດຍ​ສັນ​ຕິ. ມະ​ຕິ​ສະ​ບັບ​ນີ້ຍັງ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດສະ​ມາ​ຊິກ ​ຈົ່ງ​ນຳ​ໃຊ້​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດແຍ້ງ​ກັນໂດຍ​ສັນ​ຕິ ​ທີ່​ກຳ​ນົດ​ໄວ້​ໃນ​ພາກ​ທີ 6 ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ ​ຟູ້​ຊົ່ງ ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ ​ປະ​ຈຳ​ອົງ​ການສະຫະປະຊາຊາດ ​ໄດ້​ຮຽກ​ຮ້ອໃຫ້​ປະ​ຊາ​ຄົມ​ໂລກ ​ຈົ່ງ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້ນ​ຄົງ​ສາ​ກົນ. ກົດບັດ​ອົງ​ການສະ​ຫະ ​ປະ​ຊາ​ຊາດ ແມ່ນ​ພື້ນ​ຖານ​ທີ່ໝັ້ນ​ຄົງຂອງລະ​ບຽບສາ​ກົນ, ບໍ່​ແມ່ນ​ລາຍ​ການ​ ຫລື ເມ​ນູ​ ທີ່​ສາ​ມາດ​ເລືອກ​ເອົາ ​ຫລື ​ປະ​ຖິ້ມ​ຕາມ​ລຳ​ພັງ​ໃຈ. ປະ​ຊາ​ຄົມ​ໂລກ ​ຄວນ​ປະ​ຕິ​ບັດ​ຕາມ​ຫລັກ​ການ​ກົດ​ບັດ​ ເຊັ່ນ: ຄວາມສະ​ເໝີ​ພາບ​ຂອງອະ​ທິ​ປະ​ໄຕ​​, ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ ແລະ​ ການ​ແກ້​ໄຂ ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ເປັນ​ຕົ້ນ, ຍຶດ​ໝັ້ນໃຊ້​ທ່າ​ທີສະ​ເໝີ​ພາບບໍ່​ວ່າ​ເປັນປະ​ເທດ​ນ້ອຍ ​​ຫລື ໃຫຍ່, ປົກ​ປັກ​ຮັກ​ສາຄວາມ​ຍຸ​ຕິ​ທຳ​ ແລະ ​ຄວາມ​ເປັນ​ທຳ​ຂອງ​ສາ​ກົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version