ຕາມຂ່າວຈາກໂຕກ່ຽວ ວັນທີ 23 ກໍລະກົດນີ້, ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ບັນລຸຂໍ້ຕົກລົງກັບ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ປະກາດປັບຫລຸດພາສີນຳເຂົ້າຈາກຍີ່ປຸ່ນລົງມາລະດັບ 15% ລວມທັງ ຍານພາຫະນະທີ່ເປັນສິນຄ້າສົ່ງອອກສຳຄັນຂອງຍີ່ປຸ່ນ ທີ່ກ່ອນໜ້ານີ້ຖືກຮຽກເກັບພາສີ 25% ຖືວ່າຕ່ຳສຸດໃນບັນດາປະເທດ ທີ່ໄດ້ປຽບເກີນດຸນການຄ້າກັບ ສ.ອາເມລິກາ ແລະ ສະແດງຄວາມໝັ້ນໃຈວ່າ ຂໍ້ຕົກລົງນີ້ຈະຊ່ວຍຮັກສາຜົນປະໂຫຍດ ຂອງຊາດ ກະຕຸ້ນການຈ້າງງານທັງໃນ ສ.ອາເມລິກາ ແລະ ຍີ່ປຸ່ນ. ນອກຈາກນີ້ຍັງຊ່ວຍໃຫ້ທັງສອງປະເທດ ມີບົດບາດສຳຄັນໃນເວທີໂລກ. ສຳລັບອັດຕາພາສີໃໝ່ຈະເລີ່ມມີຜົນບັງຄັບໃຊ້ ໃນວັນທີ 1 ເດືອນສິງຫານີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ