ຕາມຂ່າວຈາກກົວລາລຳເປີ ວັນທີ23 ກໍລະກົດນີ້ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຖະແຫລງຜ່ານໂທລະພາບ ປະກາດມາດຕະການຊ່ວຍເຫລືອປະຊາຊົນຜູ້ມີລາຍໄດ້ຕ່ຳ ທີ່ໄດ້ຮັບຜົນກະທົບຈາກບັນຫາຄ່າຄອງຊີບແພງ ໂດຍການແຈກເງິນສົດ ໃຫ້ກັບຜູ້ທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນໄປ ຄົນລະ 100 ຣິງກິດ ຊຶ່ງຈະເປັນການຈ່າຍເງິນສົດຄັ້ງດຽວຈະເລີ່ມຈ່າຍຕັ້ງແຕ່ວັນທີ 31 ສິງຫານີ້ ເປັນຕົ້ນໄປ ໂດຍລັດຖະບານ ຈະໃຊ້ເງິນທັງໝົດ 15.000 ລ້ານຣິງກິດ. ນອກນີ້ ລັດຖະບານມາເລເຊຍ ຈະປະກາດລາຍລະອຽດ ກ່ຽວກັບແຜນການເພີ່ມການອຸດໜູນລາຄານ້ຳມັນເຊື້ອໄຟກ່ອນທ້າຍ ເດືອນກັນຍານີ້ ຊຶ່ງຫາກມີການປະກາດຈະສົ່ງຜົນໃຫ້ລາຄານ້ຳມັນທີ່ຂາຍໃຫ້ສະເພາະຍານພາຫະນະ ທີ່ຈົດທະບຽນໃນມາເລເຊຍ ຫລຸດລົງຈາກລິດລະ 0,25 ຣິງກິດ ລົງມາເຫລືອ 1,99 ຣິງກິດ ທັນທີ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ