Home ຂ່າວຕ່າງປະເທດ ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ສືບຕໍ່ພະຍາຍາມບັນລຸເປົ້າໝາຍການພັດທະນາແບບຍືນຍົງ

ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ສືບຕໍ່ພະຍາຍາມບັນລຸເປົ້າໝາຍການພັດທະນາແບບຍືນຍົງ

0

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ກໍລະກົດ ຜ່ານມານີ້, ກອງປະຊຸມລັດຖະມົນຕີເວທີປຶກສາຫາລືທາງການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ປະຈຳປີ 2025 ຈັດຂຶ້ນຢູ່ນະຄອນນິວຢອກ ສະຫະລັດ ອາເມຣິກາ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ກ່າວຄຳປາໄສໃນພິທີເປີດກອງປະຊຸມ ໂດຍຮຽກຮ້ອງໃຫ້ບັນດາປະເທດຈົ່ງຮ່ວມກັນແບກຫາບໜ້າທີ່ຄວາມຮັບຜິດຊອບ, ຊຸກຍູ້ການພັດທະນາແບບກວມລວມ, ທ່ຽງທຳ ແລະ ຍືນຍົງ, ທັງຮັບປະກັນໃນການສ້າງຜົນປະໂຫຍດແກ່ທຸກຄົນ.

ທ່ານ ກູເຕີເຣັສ ກ່າວວ່າ: ເສດຖະກິດທົ່ວໂລກກຳລັງເຕີບໂຕຊ້າລົງ, ສະຖານະການດ້ານການຄ້າເຄັ່ງຕຶງຂຶ້ນຕື່ມ, ຄວາມບໍ່ສະເໝີພາບຮຸນແຮງຂຶ້ນ. ງົບປະມານເພື່ອຊ່ວຍເຫຼືອຖືກຕັດໜ້ອຍລົງ, ແຕ່ລາຍຈ່າຍທາງການທະຫານເພີ່ມຂຶ້ນຢ່າງຫຼວງຫຼາຍ. ຄວາມບໍ່ໄວ້ເນື້ອເຊື່ອໃຈກັນ, ຄວາມແຕກແຍກກັນ ແລະ ການປະທະກັນແບບເປີດເຜີຍ, ກຳລັງເຮັດໃຫ້ກົນໄກການແກ້ໄຂບັນຫາສາກົນປະເຊີນກັບຄວາມກົດດັນທີ່ບໍ່ເຄີຍມີມາກ່ອນ. ແຕ່ຖ້າຫາກມີຄວາມຮີບຮ້ອນ ແລະ ຕັດສິນໃຈ ກໍມີຄວາມຫວັງທີ່ຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງໄດ້. ທ່ານເນັ້ນໜັກເຖິງຄວາມຈຳເປັນຕ້ອງປະຕິຮູບລະບົບການເງິນທົ່ວໂລກ, ເພີ່ມທະວີສິດໃນການອອກສຽງຂອງປະເທດກຳລັງພັດທະນາ, ທັງຮຽກຮ້ອງໃຫ້ເພີ່ມທະວີການພົວພັນຄູ່ຮ່ວມມື, ຊຸກຍູ້ຄວາມກ້າວໜ້າດ້ວຍວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງດີຈີຕອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version