U13 ດັບເບິນຢູ ໄອ ຈີ ນາຄາ (WIG NAGA) ຈາກລາວ ຊະນະ
CF “os Belenenses” ຈາກເຈົ້າພາບປັອກຕຸຍການ 2-0 ໄດ້ປະຕູຈາກ ແຊ່ວ ແລະ ເອກະລາດ ຄອງແຊ້ມ ການແຂ່ງຂັນເຕະບານເຍົາວະຊົນອາຍຸບໍ່ເກີນ13ປີລະດັບ 1 ເຊິ່ງເປັນລາຍການໃຫຍ່ ລະດັບສາກົນຫລື IBER Cup 2025 ທີ່ປັອກຕຸຍການ 
ລາຍການນີ້ ມີສະໂມສອນຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະຈາກທະວີບເອີຣົບ, ອາຟຣິກາ, ອາຊີ, ອາເມຣິກາໃຕ້ ແລະ ຄອນຄາເຄັຟ, ສ່ວນຕົວແທນຈາກອາຊີ ນອກຈາກ WIG NAGA ເຊິ່ງເປັນທີມທຳອິດຈາກລາວທີ່ເຂົ້າຮ່ວມ ຍັງມີ ມາເລເຊຍ, ຈີນ, ສະຫະລັດ ອາຣັບ ເອມີເຣດ, ມາເກົ້າຂອງຈີນ, ເນປານ, ຕັວກມີນິສຖານ, ອຸສເບກິສຖານ ແລະ ຟີລິບປິນ.
ສະເພາະ U13 ລາຍການນີ້ ມີ 48 ທີມ ຈາກ 15 ປະເທດເຂົ້າຮ່ວມຄື: ປັອກຕຸຍການ ເຈົ້າພາບ, ແອັສປາຍ, ໂຄຣອາຊີ, ເອັສໂຕນີ, ຣູມານີ,ເບຣຊິນ, ສະຫະລັດອາເມຣິກາ, ສປປ ລາວ, ສະຫະລັດ ອາຣັບ ເອມີເຣດ, ອາຟຣິກາໃຕ້, ເອຢິບ, ທານຊານີ, ກາບົງ, ເບີມູດ້າ ແລະ ເກາະ ເຄແມນ.
ໃນຈຳນວນ 48 ທີມ ແບ່ງອອກເປັນ 12 ກຸ່ມ, ກຸ່ມລະ 4 ທີມ ແຂ່ງພົບກັນໝົດ ແລ້ວຄັດເອົາພຽງທີ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ Playoff Gold, ສ່ວນທີ 2 ຂອງກຸ່ມໄປແຂ່ງຂັນລະດັບສອງ Playoff Silver ແລະ ທີ 3 ຂອງແຕ່ລະກຸ່ມໄປແຂ່ງຂັນລະດັບສາມ Playoff Bronze.