Home ຂ່າວພາຍໃນ ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາ ສູນຂໍ້ມູນແຫ່ງຊາດ ແລະ ລະບົບແລກປ່ຽນຂໍ້ມູນພາກລັດ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາ ສູນຂໍ້ມູນແຫ່ງຊາດ ແລະ ລະບົບແລກປ່ຽນຂໍ້ມູນພາກລັດ

0

ໃນວັນທີ 26 ມິຖຸນາ 2025 ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາ ສູນຂໍ້ມູນແຫ່ງຊາດ (National Data Center) ແລະ ລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange) ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ພູນຜົນນະຄອນ ຈຳກັດ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ສູນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານກຸ່ມບໍລິສັດ ພົງສະຫວັນ ພ້ອມດ້ວຍຄະນະບໍລິຫານງານຂັ້ນສູງ ຂອງກຸ່ມບໍລິສັດ ພົງສະຫວັນ ແລະ ບັນດາບໍລິສັດໃນເຄືອຂອງກຸ່ມບໍລິສັດພົງສະຫວັນ ແລະ ແຂກທີ່ມີກຽດທີ່ໄດ້ຖືກເຊີນເຂົ້າຮ່ວມ.

ດ້ວຍຄວາມເຊື່ອໝັ້ນຕໍ່ປະສົບການໃນການດໍາເນີນທຸລະກິດຂອງ ກຸ່ມບໍລິສັດ ພົງສະຫວັນ ທີ່ຄວບຄຸມຫຼາຍຂົງເຂດ ຊຶ່ງໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເປັນເວລາເກືອບ 50 ປີທີ່ຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມອບສິດພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້ໃຫ້ ບໍລິສັດ ພູນຜົນນະຄອນ ຈໍາກັດ ຊຶ່ງເປັນໜຶ່ງໃນບໍລິສັດໃນເຄືອຂອງກຸ່ມພົງສະຫວັນ ດໍາເນີນການຄົ້ນຄວ້າສຶກສາບົດວິພາກເສດຖະກິດ-ເຕັກນິກ ຂອງໂຄງການລົງທຶນພັດທະນາສູນຂໍ້ມູນແຫ່ງຊາດ ແລະ ລະບົບແລກປ່ຽນຂໍ້ມູນພາກລັດ ໃນໄລຍະເວລາ 6 ເດືອນ ໂດຍມີຈຸດປະສົງແນໃສ່ ຄົ້ນຄວ້າ ສະຖານທີ່ຕັ້ງ, ອອກແບບພື້ນຖານໂຄງລ່າງ, ປະເພດ ແລະ ລະບົບເຕັກນິກຂອງໂຄງການລົງທຶນພັດທະນາສູນຂໍ້ມູນແຫ່ງຊາດ (National Data Center) ລວມທັງລະບົບຄລາວ ເພື່ອບໍລິການພາຍໃນ ແລະ ລະຫວ່າງປະເທດ (National Cloud) ແລະ ລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange).

ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເຖິງຄວາມຮຽກຮ້ອງຕ້ອງການໃນການສ້າງສູນຂໍ້ມູນແຫ່ງຊາດທີ່ມີມາດຕະຖານສາກົນ ແລະ ລະບົບເຊື່ອມໂຍງແລກປ່ຽນຂໍ້ມູນພາກລັດ ອັນເປັນພື້ນຖານສໍາຄັນໃນການຂັບເຄື່ອນປະເທດໄປສູ່ຍຸກໃໝ່ຂອງຄວາມເປັນດິຈິຕອນຢ່າງແທ້ຈິງ ແລະ ເພື່ອຜັນຂະຫຍາຍວິໄສທັດ 30 ປີ, ຍຸດທະສາດ 20 ປີ ແລະ ແຜນພັດທະນາ 5 ປີ ໃນການຈັດຕັ້ງປະຕິບັດການຫັນເປັນດິຈິຕອນຂອງ ສປປ ລາວ. ການພັດທະນາໂຄງການນີ້ຈະເປັນໂຄງລ່າງພື້ນຖານແຫ່ງຊາດ ທີ່ຊ່ວຍຮັບຮອງ ແລະ ສະໜັບສະໜູນການພັດທະນາດິຈິຕອນໄດ້ຢ່າງຍືນຍົງ, ສາມາດຫຼີກລ່ຽງການລົງທຶນທີ່ຊໍ້າຊ້ອນ ແລະ ປະຢັດງົບປະມານໃນການບໍາລຸງຮັກສາລະບົບ.

ທ່ານ ປອ. ສອນເພັດ ອິນທະວົງ, ຮອງປະທານກຸ່ມບໍລິສັດ ພົງສະຫວັນ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ພູນຜົນນະຄອນ ຈຳກັດ ໄດ້ກ່າວໃນພິທີ ເຖິງຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວຕໍ່ກັບການພັດທະນາເສດຖະກິດ-ສັງຄົມດິຈິຕອນຂອງຊາດ ພ້ອມທັງໄດ້ຍົກໃຫ້ເຫັນເງື່ອນໄຂອຳນວຍຄວາມສະດວກ ແລະ ປັດໄຈຕ່າງໆພາຍໃນປະເທດ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ ເປັນຕົ້ນແມ່ນ ທີ່ຕັ້ງຂອງປະເທດລາວທີ່ເປັນຈຸດເຊື່ອມຈອດຂອງບັນດາປະເທດໃນພາກພື້ນ, ແຫຼ່ງພະລັງງານທີ່ມີລາຄາຖືກ. ການເຕີບໃຫຍ່ຂະຫຍາຍຕົວທີ່ໄວວາຂອງອຸດສາຫະກໍາສູນລວມຂໍ້ມູນ, ການບໍລິການດ້ານດິຈິຕອນ ແລະ ຄລາວຄອມພິວຕິງ (Cloud computing) ທີ່ນັບມື້ນັບເຕີບໂຕພາຍໃນປະເທດອາຊຽນ ຊຶ່ງຄາດວ່າຈະບັນລຸມູນຄ່າ 18 ຕື້ ໂດລາສະຫະລັດ ໃນປີ 2029.

ການເຊັນບົດບັນທຶກຄວາມເຂົ້າໃຈຂອງທັງສອງຝ່າຍໃນຄັ້ງນີ້ ມີຄວາມໝາຍບົ່ງບອກເຖິງການຮ່ວມມືທີ່ເປັນເອກະພາບກັນພາຍໃຕ້ອຸດົມການດຽວກັນຂອງພາກລັດ ແລະ ວິສາຫະກິດເອກະຊົນ ເພື່ອປະກອບສ່ວນເຂົ້າໃນວຽກງານການພັດທະນາລະບົບພື້ນຖານໂຄງລ່າງ ແລະ ນະວັດຕະກຳຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ກໍຄືລັດຖະບານ ສປປ ລາວ ໃຫ້ມີໃບໜ້າໃໝ່ທີ່ຈະມີຄວາມກ້າວໜ້າໃຫ້ເທົ່າທຽມກັບບັນດາປະເທດໃນພາກພື້ນ ແລະ ສາກົນ.

ບໍລິສັດ ພູນຜົນນະຄອນ ຈຳກັດ, ເປັນບໍລິສັດ ພາຍໃຕ້ກຸ່ມ ແອວເອ (LA Group) ຊຶ່ງເປັນກຸ່ມບໍລິສັດລູກໃນເຄືອຂອງ ກຸ່ມບໍລິສັດ ພົງສະຫວັນ ໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງທີ່ໜັກແໜ້ນໃນການປະກອບສ່ວນເຂົ້າໃນການພັດທະນາຂົງເຂດເສດຖະກິດດິຈິຕອນຂອງ ພັກ ແລະ ລັດຖະບານ ດ້ວຍປະສົບການ ແລະ ຄວາມພ້ອມໃນດ້ານຕ່າງໆ.

ທີ່ມາ: ຂ່າວສານເຕັກໂນໂລຊີ ແລະ ການສື່ສານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version