Home ຂ່າວໜ້າໜຶ່ງ ກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີ (1986-2026)

ກອງປະຊຸມລະດົມຄວາມຄິດເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີ (1986-2026)

0

ສະພາທິດສະດີສູນກາງພັກ ຈັດກອງປະຊຸມລະດົມຄວາມເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີ ແຫ່ງ ການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026) ສະບັບທີສອງ ຂຶ້ນໃນວັນທີ 27 ມິຖຸນານີ້ ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ກອງປະຊຸມມີບັນດາສະຫາຍລັດຖະມົນຕີ, ຮອງລັດຖະມົນຕີ; ຄະນະປະຈໍາສະພາທິດສະດີສູນກາງພັກ; ສະມາຊິກສະພາທິດສະດີສູນກາງພັກ ແລະ ບັນດາຫົວໜ້າກົມ; ຮອງກົມຂອງກະຊວງອົງການອ້ອມຂ້າງສູນກາງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ການສະຫຼຸບ 40 ປີໃນການປະຕິບັດແນວທາງປ່ຽນ ແປງໃໝ່ຮອບດ້ານມີຫຼັກການຂອງພັກແມ່ນຄວາມຈຳເປັນພາວະວິໄສ, ແນວຄິດລິເລີ່ມປ່ຽນແປງໃໝ່ດັ່ງກ່າວໄດ້ປະກົດອອກໃນມະຕິກອງປະຊຸມຄົບຄະນະຄັ້ງທີ 7 ສະໄໝທີ II ຂອງພັກ ໃນປີ 1979 ແລະ ໄດ້ຖືກຮັບຮອງເອົາເປັນທາງການໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ເມື່ອປີ 1986. ໃນຕະຫຼອດ 40 ປີມານີ້, ພັກເຮົາໄດ້ມີຄວາມສະດຸ້ງໄວຕໍ່ບັນຫາທີ່ເກີດຂຶ້ນ, ເຫັນໄດ້ປັດໄຈໃໝ່ຕ່າງໆ ຈາກພຶດຕິກໍາຕົວຈິງຢ່າງທັນການ, ທັງຮູ້ນໍາໃຊ້ກົດເກນພາວະວິໄສຢ່າງຖືກຕ້ອງ, ເປັນຕົ້ນແມ່ນກົດເກນທາງດ້ານເສດຖະກິດ ເພື່ອວາງແນວທາງນະໂຍບາຍແຫ່ງການສືບຕໍ່ປ່ຽນແປງໃໝ່ອອກຢ່າງສອດຄ່ອງ ແລະ ທັນການ, ແນວທາງຂອງພັກທີ່ໄດ້ວາງອອກ ໄດ້ຕອບສະໜອງໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ແນວທາງປ່ຽນແປງໃໝ່ທີ່ພັກກຳນົດອອກໄດ້ສະແດງອອກຈະແຈ້ງ ແລະ ມີລັກສະນະຮອບດ້ານທັງໃນແງ່ທິດສະດີປະຕິວັດ, ມີລັກສະນະວິທະຍາສາດ, ສ່ອງແສງພຶດຕິກຳຂອງ ສປປ ລາວ, ຜ່ານການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ເຫັນໄດ້ວ່າຄວາມຮັບຮູ້ຂອງທົ່ວພັກໄດ້ມີຄວາມເປັນເອກະພາບ, ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນແຕ່ລະດ້ານໄດ້ກຳນົດແຈ້ງໃນແຕ່ລະສະໄໝກອງປະຊຸມ ແລະ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳໃນແຕ່ລະໄລຍະຢ່າງມີຜົນສຳເລັດ.

ພວກເຮົາຕ້ອງຮັບຮູ້ເອກະພາບກັນວ່າ: ການປ່ຽນແປງໃໝ່ປະເທດເຮົາເລີ່ມຕົ້ນຈາກການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ. ຈາກບົດຮຽນຕົວຈິງໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງພັກເຫັນວ່າ: ການດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມເພື່ອນຳເອົາເສດຖະກິດທຳມະຊາດ, ເຄິ່ງທໍາມະຊາດໄປສູ່ເສດຖະກິດສັງຄົມນິຍົມທີ່ມີແຕ່ເສດຖະກິດຂອງລັດ ແລະ ຂອງລວມໝູ່ປະຊາຊົນເປັນອົງປະ ກອບຫຼັກ ໂດຍບໍ່ຜ່ານໄລຍະຂະຫຍາຍຕົວຂອງທຶນນິຍົມນັ້ນ, ໃນການຈັດຕັ້ງປະຕິບັດເຫັນວ່າມີຄວາມເປັນໄປໄດ້ຍາກຫຼາຍເພາະມັນບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ. ການປ່ຽນແປງໃໝ່ຈິນ ຕະນາການທາງດ້ານເສດຖະກິດຈຶ່ງໄດ້ເກີດຂຶ້ນ. “ກົນໄກເສດຖະກິດໃໝ່” ຖືກນໍາອອກມາໃຊ້ໃນປີ 1986 ບົນຈິດໃຈປ່ຽນແປງຈາກເສດຖະກິດແບບ “ແຜນການລວມສູນອາດຍາສິດ” ມາເປັນ “ເສດຖະກິດຕະຫຼາດທີ່ມີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ”.

ການສະຫຼຸບແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ແມ່ນມີຄວາມຈຳເປັນສຳລັບພັກກຳອຳນາດໃນປັດຈຸບັນ, ການເບິ່ງບັນຫາຕ້ອງມີລັກສະນະຮອບດ້ານ, ກວມລວມ ແລະ ແທດເໝາະກັບຍຸກສະໄໝໃໝ່. ດ້ວຍເຫດນັ້ນ ພວກເຮົາຈະໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າລົງເລິກຕື່ມ, ຕີລາຄາໃຫ້ຖືກກັບສະພາບຕົວຈິງ, ຮັບຮູ້ສິ່ງທີ່ຄວນຮັກສາໄວ້ ແລະ ເສີມຂະຫຍາຍ; ຮັບຮູ້ສິ່ງທີ່ຈະຕ້ອງໄດ້ປະດິດສ້າງໃໝ່ໃຫ້ສອດຄ່ອງກັບສະພາບແວດລ້ອມຂອງປະເທດເຮົາ.

ກອງປະຊຸມໄດ້ພ້ອມກັນສຸມສະຕິປັນຍາໃນການປະກອບຄຳຄິດເຫັນຕໍ່ກັບບັນຫາຕ່າງໆທີ່ກ່ຽວພັນກັບເນື້ອໃນສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ (ສະບັບທີ 2), ເຫັນໄດ້ວ່າ: ມີຫຼາຍທັດສະນະທີ່ກົງໄປກົງມາ, ມີເຫດມີຜົນ, ມີເນື້ອໃນອຸດົມສົມບູນ, ຮັບປະກັນໄດ້ລັກສະນະວິທະຍາສາດ ແລະ ແທດກັບສະພາບການຕົວຈິງໃນການປະຕິບັດແນວທາງປ່ຽນແປງໃໝ່ຢູ່ປະເທດເຮົາ.

ໃນໂອກາດດັ່ງກ່າວ, ສະຫາຍ ກິແກ້ວ ໄຂຄຳພິທູນ, ໄດ້ຕີລາຄາສູງຕໍ່ການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ສະນັ້ນ, ເພື່ອຮັບປະກັນການສະຫຼຸບ 40 ປີ ປ່ຽນແປງໃໝ່ຮອບ ດ້ານມີຫຼັກການຂອງພັກຮັບປະກັນຄວາມຖືກຕ້ອງ ແລະ ສ່ອງແສງໄດ້ບັນຫາຕົວຈິງຕື່ມນັ້ນປະທານກອງປະຊຸມໄດ້ເນັ້ນໜັກບາງບັນຫາ ຄື: ສະເໜີໃຫ້ຄະນະຮັບຜິດຊອບ ສືບຕໍ່ຄົ້ນຄວ້າໃຫ້ລະອຽດຕື່ມ, ນຳເອົາຄຳຄິດຄຳເຫັນ ທີ່ໄດ້ຈາກກອງປະຊຸມໃນຄັ້ງນີ້ນຳໄປປັບປຸງ, ວິເຄາະ, ວິໄຈຕື່ມ ເພື່ອໃຫ້ເນື້ອໃນຮັບປະກັນ, ຖ້າມີີຄວາມຈຳເປັນໃຫ້ດຳເນີນການສຳມະນາແຕ່ລະຂົງເຂດຕື່ມອີກ, ບັນດາສະຫາຍເລຂາຄະນະພັກຂອງແຕ່ລະກະຊວງ, ອົງການ ແລະ ບັນດາອະນຸກຳມະການເນື້ອໃນແຕ່ລະຂົງເຂດທີ່ໄດ້ຮັບການແຕ່ງຕັ້ງມາກ່ອນນັ້ນ, ຈົ່ງຍົກສູງຄວາມຮັບຜິດຊອບຄົ້ນຄວ້າ, ມີຄວາມຈິງໃຈໃຫ້ຂໍ້ມູນ ແລະ ໃຫ້ການຮ່ວມມືກັບຄະນະຮັບຜິດຊອບ ເພື່ອໃຫ້ຂໍ້ມູນຂອງແຕ່ລະຂະແໜງການສ່ອງແສງໄດ້ບັນຫາຕົວຈິງ ແລະ ສາມາດແກ້ໄຂໄດ້ບັນຫາທີ່ຍັງອຸດຕັນ ໃນການສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ແລະ ອື່ນໆ.

ຈາກນັ້ນ, ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນລາຍງານໂດຍຫຍໍ້ຮ່າງເນື້ອໃນສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026).

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version