Home ຂ່າວຕ່າງປະເທດ ລັດຖະສະພາອີຣານ ຮັບຮອງເອົາມະຕິກ່ຽວກັບການຍຸດຕິການຮ່ວມມືກັບອົງການພະລັງງານປະລະມານູສາກົນຊົ່ວຄາວ

ລັດຖະສະພາອີຣານ ຮັບຮອງເອົາມະຕິກ່ຽວກັບການຍຸດຕິການຮ່ວມມືກັບອົງການພະລັງງານປະລະມານູສາກົນຊົ່ວຄາວ

0

ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 25 ມິຖຸນານີ້, ລັດຖະສະພາ ອີຣານ ໄດ້ຮັບຮອງເອົາມະຕິ ກ່ຽວກັບການຍຸດຕິການຮ່ວມມືກັບອົງການພະລັງງານປະລະມານູສາກົນ ເປັນການຊົ່ວຄາວ. ມະຕິດັ່ງກ່າວຍັງຕ້ອງໄດ້ຮັບການອະນຸມັດຂັ້ນສຸດທ້າຍຈາກຄະນະກຳມະການຄວາມໝັ້ນຄົງແຫ່ງຊາດ ສູງສຸດອີຣານ. ກ່ອນໜ້ານີ້, ທ່ານ ຣາປາເອວ ມາເຣຍໂນ ໂກຼສຊີ. ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ ກ່າວວ່າອົງການພະລັງງານປາລະມານູສາກົນ ບໍ່ຮູ້ອີຣານ ໄດ້ຍົກຍ້າຍທາດຢູເຣນຽມ ຂຸ້ນເອົາໄປໄວ້ແລ້ວ ແລະ ອີຣານ ອາດຈະໃຊ້ມາດຕະການພິເສດເພື່ອປົກປັກຮັກສາວັດສະດຸຕ່າງໆ ໃນສິ່ງກໍ່ສ້າງນິວເຄລຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version