ວິທະຍຸສາກົນແຫ່ງ ສປ ຈີນ, ກຳປັ່ນຂອງ ສປ ຈີນ ເລກທີ 53101, 53107 ແລະ 53108 ໄດ້ອອກເດີນທາງ ຈາກທ່າກຳປັ່ນຕຳຫລວດຈິງຮ່າ ແລະ ກ່ວນເລີຍ ຂອງກິ່ງແຂວງສິບສອງພັ່ນນາ ແຂວງຢູນນານ ຂອງສປ ຈີນ. ພ້ອມດຽວກັນນັ້ນ, ກຳປັ່ນຂອງ ສປປ ລາວ, ມຽນມາ ແລະ ໄທ ຕ່າງໄດ້ອອກເດີນທາງ ຈາກທ່າເຮືອ ຫລື ທ່າກຳປັ່ນຂອງປະເທດຕົນ, ສີ່ຝາຍໄດ້ເຕົ້າໂຮມກັນ ຢູ່ເຂດຕອນໜຶ່ງຂອງແມ່ນ້ຳຂອງແລ້ວ ສ້າງຕັ້ງເປັນກອງກຳປັ່ນ ບັງຄັບໃຊ້ກົດໝາຍ ແລະ ລາດຕະເວນຮ່ວມ ເພື່ອດຳເນີນ ການບັງຄັບໃຊ້ກົດໝາຍ ແລະ ລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ລະຫວ່າງ ສປ ຈີນ-ສປປ ລາວ-ມຽນມາ-ໄທ ຄັ້ງທີ 154.

ເນື່ອງໃນໂອກາດ ວັນສາກົນ ຕ້ານຢາເສບ “ ວັນທີ26 ມິຖຸນາ” ຄັ້ງທີ 38 ໄດ້ໝູນວຽນມາເຖິງ, ກ່ອນຈັດການເຄື່ອນໄຫວ, ພາກສ່ວນບັງຄັບໃຊ້ກົດໝາຍ ທີ່ກ່ຽວຂ້ອງຈາກ 4 ປະເທດ ໄດ້ຮ່ວມກັນຈັດກອງປະຊຸມ ຜູ້ບັນຊາການຢູ່ກອງບັນຊາການ ບັງຄັບໃຊ້ກົດໝາຍ ແລະ ລາດຕະເວນ ຮ່ວມຕາມລຳແມ່ນ້ຳຂອງ ລະຫວ່າງ ສປ ຈີນ-ສປປ ລາວ-ມຽນມາ-ໄທທີ່ຕັ້ງຢູ່ທ່າກຳປັ່ນກ່ວນເລີຍຂອງ ສປ ຈີນ ເພື່ອຮ່ວມກັນ ຄົ້ນຄວ້າ ແລະ ວາງແຜນດຳເນີນງານ ພ້ອມທັງ ເລີ່ມຕົ້ນກິດຈະກຳຕ່າງໆກ່ຽວກັບ ການໂຄສະນາ ການຕ້ານຢາເສບຕິດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ