Home ຂ່າວໜ້າໜຶ່ງ ສານຂອງ ທ່ານນາຍົກລັດຖະມົນຕີເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

0

•ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ,

ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987-26 ມິຖຸນາ 2025) ນີີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ນາຍ ແລະ ພົນທະ ຫານ, ນາຍ ແລະ ພົນຕໍາຫລວດ ແລະ ພະນັກງານລັດ-ຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດ ນີີ້ ເປັນການຢືນຢັນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າ ຂອງວົງຄະ ນະຍາດສາກົນ ການຮ່ວມມືກັນ ໃນຂະບວນການຕ້ານຢາເສບຕິດແລ້ວ ຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນ ທົບທວນ ແລະ ສັງເກດຕີລາຄາຄືນ ກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ໃນ 1 ປີ ຜ່ານມາ.

• ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!

ເປັນທີ່ຊາບກັນດີແລ້ວວ່າ, ຢາເສບຕິດ ເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາປະເທດ ຕ່າງກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸບັນ, ຢູ່ປະເທດເຮົາ ກໍພວມຜະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນກັນ ເຊິ່ງໄດ້ແຜ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫລີກ ໃນລະດັບທີ່ແຕກຕ່າງກັນ; ບັນຫາຢາເສບຕິດ ໄດ້ກາຍເປັນໜຶ່ງ ໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ການລະ ບາດຂອງຢາເສບຕິດ ໄດ້ເປັນໜໍ່ແໜງ, ເປັນສາເຫດຕົ້ນຕໍ ຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກໍາ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ເຊິ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງຜົນກະ ທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ຊິວິດ, ສຸຂະພາບຂອງປະຊາຊົນ, ພົນລະເມືອງລາວເຮົາ ໂດຍສະເພາະໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນຜູ້ສືບທອດພາລະກິດປະຕິວັດ, ເປັນ ກໍາລັງແຮງງານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອະນາຄົດ.

ປັດຈຸບັນ, ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ບັນດາປະຊາຊາດໃນທົ່ວໂລກ ພ້ອມກັນຕໍ່ຕ້ານຢ່າງແຂງແຮງ. ເຖິງແມ່ນວ່າ ຫລາຍປະເທດ ໄດ້ເພີ່ມທະວີມາດຕະການ, ຄວາມພະຍາຍາມຮ່ວມກັນ ໃນການຄວບຄຸມ, ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍຕາມ ແຕ່ການຜະລິດ, ການຄ້າຂາຍ, ຈໍາໜ່າຍ, ການນໍາໃຊ້, ການລໍາລຽງຂົນສົ່ງສິ່ງເສບຕິດ ຢູ່ໃນທົ່ວໂລກ ກໍຍັງບໍ່ຫລຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງໜ້າເປັນຫ່ວງ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດ ໃຫ້ມີຄວາມເດັດຂາດ. ໃນຊຸມປີຜ່ານມາ, ພັກ-ລັດຖະບານພວກເຮົາ ໄດ້ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະດັ່ງກ່າວ ຢ່າງຈົດຈໍຕະຫລອດມາ ໂດຍສະເພາະ ການສືບຕໍ່ຈັດຕັ້ງປະຕິ ບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2025). ມາຮອດເວລານີ້, ພັກ-ລັດ ຖະບານ ໄດ້ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ຢ່າງເຕັມຮູບແບບ ເຊິ່ງໄດ້ສຸມໃສ່ເນື້ອໃນ 6 ວຽກຈຸດສຸມ ໃນວາລະແຫ່ງຊາດ ໂດຍສະເພາະ ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ, ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍຜ່ານພາຫະນະສື່ມວນຊົນ ຄື: ລະຄອນສັ້ນ, ສະປອດ, ບົດເພງ, ຕິດປ້າຍຄໍາຂວັນ, ປ້າຍຮູບຈິນຕະນາການ, ແຈກຢາຍແຜ່ນພັບ, ໂປສເຕີ, ປຶ້ມຄູ່ມືໂຄສະນາ, ປຶ້ມວິທີການ, ເຕັກນິກ ແລະ ຂັ້ນຕອນການໂຄສະນາ. ພ້ອມກັນນັ້ນ, ຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດຂະບວນການແຂ່ງຂັນເພງຮ້ອງ, ກອນ,ຂັບລໍາ ແລະ ລະຄອນສັ້ນ ຂຶ້ນໃນທົ່ວປະເທດ ເຊິ່ງເນື້ອໃນ ສະແດງໃຫ້ເຫັນເຖິງ ພິດໄພ, ຜົນຮ້າຍຂອງຢາເສບຕິດ ຢ່າງກວ້າງຂວາງ, ຕໍ່ເນື່ອງໃຫ້ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວ ບັນດາເຜົ່າ. ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າ ພົນລະເມືອງລາວສ່ວນຫລາຍ ແມ່ນມີຄວາມຮັບຮູ້-ເຂົ້າໃຈ ຢ່າງຖືກຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນ ຕະລາຍຂອງຢາເສບຕິດ. ພ້ອມກັນນີ້, ການສ້າງຄວາມເຂັ້ມແຂງທົ່ວສັງຄົມ ໂດຍການເຮັດໃຫ້ຄອບຄົວ, ຊຸມຊົນ ຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ຢ່າງໃກ້ຊິດ ແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີ້ນໍາ ເຮັດຕົວຈິງດ້ວຍຫລາຍວິທີທີ່ເປັນລະບົບ, ຮັບປະ ກັນດ້ານການເມືອງ, ກົດໝາຍ, ວິຊາສະເພາະທີ່ກ່ຽວຂ້ອງ.

ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາຄອບຄົວຂອງປະຊາຊົນບັນດາເຜົ່າຢູ່ເຂດພູດອຍ ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ; ສົ່ງເສີມການລ້ຽງສັດ, ປູກພືດ-ຜັກເປັນສິນຄ້າ. ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບໍາບັດປິື່ນປົວ, ຟື້ນຟູ ແລະ ອົບຮົມວິຊາຊີບ ຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະສິດທິພາບດີພໍສົມຄວນ, ເຮັດໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດ ເຫລົ່ານັ້ນ ໄດ້ກັບຄືນເປັນຄົນມີຄຸນຄ່າ ແລະ ພົນລະເມືອງທີ່ດີ ໃນສັງຄົມ.

ພ້ອມກັນນີີ້, ລັດຖະບານ ຍັງໄດ້ສຸມໃສ່ ໃຫ້ທຸກພາກສ່ວນ ຮ່ວມກັນປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງສໍານັກງານອົງການ, ກົມກອງກໍາລັງປະກອບອາວຸດ, ບ້ານ, ສະຖາບັນການສຶກສາ, ຫົວໜ່ວຍການຜະລິດ, ບໍລິການ ທັງພາກລັດ ແລະ ເອ ກະຊົນ ຢູ່ຕາມທ້ອງຖິ່ນທົ່ວປະເທດ ປອດຈາກຢາເສບຕິດເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ຕໍ່ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທໍາຜິດ.

ສະເພາະໃນປີນີີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແມ່ນສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຫລາຍກໍລະນີ, ພ້ອມທັງໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດອາວຸດເສິກ, ຢຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ນໍາໄປຜະລິດເປັນຢາເສບຕິດ ແລະ ທີ່ສໍາຄັນ ແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

• ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ!

ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2025 ຄົບຮອບ 38 ປີໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມືປະກອບສ່ວນ ເຂົ້າໃນການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ໃນໄລຍະ 1 ປີຜ່ານມາ.

ນະໂອກາດນີີ້, ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫລືອໃຫ້ແກ່ລັດຖະບານ ແລະ ປະຊາ ຊົນລາວໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບຜົນດີຕະຫລອດມາ ແລະ ຫວັງວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຊ່ວຍເຫລືອໃນອະນາຄົດ.

• ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ !

ຢາເສບຕິດເປັນບັນຫາທີ່ອັນຕະລາຍຮ້າຍແຮງ, ທ້າທາຍຂອງທຸກຊາດ ແລະ ເປັນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງ ຂອງບັນດາປະຊາຊາດໃນໂລກ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນລາວບັນດາເຜົ່າ, ທຸກເພດ-ໄວ ໃນທົ່ວສັງຄົມ ຕະຫລອດຮອດ ບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວຕະຫລອດເຖິງຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດໍາລົງຊີວິດ, ທໍາມາຫາກິນ ແລະ ດໍາເນີນ ທຸລະກິດ ຢູ່ ສປປ ລາວ ຈົ່ງໄດ້ພ້ອມກັນເປັນເຈົ້າການ ເຂົ້າຮ່ວມ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ສືບຕໍ່ຮ່ວມກັນປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ເຮັດໃຫ້ບັນຫາຢາເສບຕິດ ຫລຸດລົງຢ່າງຊັດເຈນ ແລະ ໝົດໄປຈາກສັງຄົມລາວ ພວກເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version