ວັນທີ 26 ພຶດສະພາ 2025 ທີ່ແຂວງກວາງຕຸ້ງ ສປ ຈີນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຄະນະໄດ້ເຂົ້າພົບປະກັບທ່ານ ຈາງ ຊາວຄັງ ຮອງເຈົ້າແຂວງກວາງຕຸ້ງ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ນວ ເດີ່ນທາງຢ້ຽມຢາມ ແລະ ເຮັດວຽກທີ່ນະຄອນກວາງໂຈ່ວແຂວງ ກວາງຕຸ້ງ.
ໂອກາດນີ້ ທ່ານເຈົ້າຄອງ ນວ ໄດ້ສະແດງຄວາມປິຕິຊົມຊື່ນມີໂອກາດນຳພາຄະນະເດີນທາງມາຢ້ຽມຢາມ ແລະ ພົບປະການນໍາແຂວງກວາງຕຸ້ງ ໃນນາມນະຄອນ ແລະ ແຂວງມິດຕະພາບລະຫວ່າງ ນວ ແລະ ແຂວງກວາງຕຸ້ງ ເຫັນໄດ້ວ່າແຂວງກວາງຕຸ້ງມີການພັດທະນາທາງດ້ານເສດຖະກິດ-ສັງຄົມ ຢ່າງໄວວາ ກາຍເປັນແຂວງເສດຖະກິດຂະໜາດໃຫຍ່ທີ່ສຸດຂອງຈີນ ກວມເອົາ 1 ສ່ວນ 8 ຂອງຍອດຜະລິດຕະພັນຂອງທົ່ວປະເທດຈີນ ອັນພົ້ນເດັ່ນລະດັບການພັດທະນາດ້ານພື້ນຖານໂຄງລ່າງທີ່ໝັ້ນຄົງ ໄດ້ເຮັດໃຫ້ຊີວີດການເປັນຢູ່ຂອງປະຊາຊົນມີຄວາມສີວິໄລ ທັງໝົດນັ້ນຍ້ອນມີການຊີ້ນຳ-ນຳພາຂອງອົງຄະນະພັກອົງການປົກຄອງແຂວງກວາງຕຸ້ງເວົ້າລວມ ເວົ້າສະເພາະ ການນຳແຕ່ລະຮຸ່ນຂອງແຂວງກວາງຕຸ້ງທີ່ໄດ້ທຸ່ມເທປະຕິບັດພາລະກິດອັນມີກຽດສະຫງ່ານັ້ນໄດ້ມີຜົນສຳເລັດຢ່າງພົ້ນເດັ່ນແທ້ຈິງ ເຊິ່ງການເດີນທາງມາຢ້ຽມຢາມແຂວງກວາງຕຸ້ງຄັ້ງນີ້ ເພື່ອສຶກສາແລກປ່ຽນບົດຮຽນກ່ຽວກັບກົງຈັກການຈັດຕັ້ງການປົກຄອງໃນຂັ້ນທ້ອງຖິ່ນ ເພື່ອເປັນແນວທາງໃນການຈັດຕັ້ງຜັນຂະຫຍາຍຢູ່ ນວ ເນື່ອງຈາກ ນວ ມີແຜນການປັບປຸງການຄຸ້ມຄອງບໍລິຫານໃນຂັ້ນຮາກຖານ (ຕາແສງ) ພ້ອມກັນນີ້ການເດີນທາງມາພົບປະຄັ້ງນີ້ ເພື່ອເປັນການແລກປ່ຽນທົບທວນຄືນຕໍ່ໝາກຜົນການພົວພັນຮ່ວມມືກັນໃນຜ່ານມາ ແລະ ເປັນອີກຂີດໝາຍໜຶ່ງໃນການຜັນຂະຫຍາຍເນື້ອໃນການຮ່ວມມືລະຫວ່າງສອງນະຄອນ ເຊິ່ງຈະເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມື ແລະ ເຕົ້າໂຮມກຳລັງແຮງ ໃນການພັດທະນາເສດຖະກິດ-ການຄ້າ ແລະ ດຶງດູດການລົງທຶນລະຫວ່າງລາວ ແລະ ຈີນ ກໍ່ຄືຂອງສອງນະຄອນ ເພື່ອຮ່ວມກັນຊຸກຍູ້ລົງເລິກການຮ່ວມມືນຳກັນໃນຫຼາຍໆດ້ານ ໃນອະນາຄົດ.

ຄຽງຄູ່ກັບດ້ານຕັ້ງໜ້າສອງນະຄອນ ແລະ ແຂວງພວກເຮົາ ໃນກອບການຮ່ວມມື ໂດຍອີງຕາມສັນຍາ ວ່າດ້ວຍການສ້າງຕັ້ງນະຄອນ ແລະ ແຂວງມິດຕະພາບທີ່ລົງນາມຄັ້ງວັນທີ 28 ເມສາ 2015 ປັດຈຸບັນແມ່ນຄົບຮອບ 10 ປີ ເຫັນວ່າການຈັດຕັ້ງປະຕິບັດການຮ່ວມມືຜ່ານມາຍັງບໍ່ທັນໄດ້ຮັບຜົນສຳເລັດດີທີ່ເປັນຮູບປະທຳເທົ່າທີ່ຄວນ ໃນຖານະເປັນນະຄອນ ແລະ ແຂວງມິດຕະພາບກັນ ການແລກປ່ຽນບັນດາກິດຈະກຳ ຫຼື ໂຄງການໃດໜຶ່ງກັບແຂວງກວາງຕຸ້ງຍັງມີຂໍ້ຈຳກັດຫຼາຍຢ່າງທີ່ຍັງບໍ່ໄດ້ຮັບການຜັນຂະຫຍາຍໄດ້ດີເທົ່າທີ່ຄວນ ຕໍ່ກັບບັນຫາດັ່ງກ່າວສະເໜີມາຍັງທ່ານຮອງເຈົ້າແຂວງກວາງຕຸ້ງຊ່ວຍໃນການຊຸກຍູ້ຊີ້ນຳ ທັງສອງອົງການປົກຄອງພວກເຮົາໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຮ່ວມກັນເຊັ່ນ:ຊຸກຍູ້ວຽກງານການທ່ອງທ່ຽວໂດຍມີການແລກປ່ຽນນັກທ່ອງທ່ຽວເຊິ່ງກັນ ແລະ ກັນ ມີການຈັດງານສັບປະດັບທາງດ້ານວັດທະນະທໍາ-ສີລະປະຮ່ວມກັນ ເພື່ອເຜີຍແຜ່ວັດທະນະທໍາ ສ້າງກົນໄກການຈັບຄູ່ຮ່ວມມື ລະຫວ່າງ ອົງການທ່ອງທ່ຽວ ຫຼື ວິສະຫະກິດທ່ອງທ່ຽວໃຫ້ໄດ້ມີການລົງເລິກແລກປ່ຽນ ແລະ ຮ່ວມມືກັນ ເລື່ອງການທ່ອງທ່ຽວທໍາມະຊາດ ຫຼື ທ່ອງທ່ຽວສີຂຽວ ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ສະເໜີໃຫ້ມີການສ້າງກົນໄກ ໂດຍການນຳໃຊ້ນະວັດຕະກຳທີ່ທັນສະໄໝ ເພື່ອຊ່ວຍໃນການປະສານງານຮ່ວມມືສອງຝ່າຍຫຼາຍຝ່າຍທັງເປັນການສົ່ງເສີມການດຶງດູດນັກລົງທືນທີ່ສົນໃຈ ໃນການປະກອບສ່ວນໃນໂຄງການຕ່າງໆໃຫ້ສາມາດປາກົດຜົນເປັນຈິງໄດ້ ເພື່ອເປັນການຊຸກຍູ້ການແລກປ່ຽນ ແລະ ຮ່ວມມືໃນຂະແໜງການອື່ນ ແລະ ເປັນແບບຢ່າງທີ່ດີຈຶ່ງສະເໜີໃຫ້ທັງສອງຈົ່ງໄດ້ພ້ອມກັນເອົາໃຈໃສ່ ໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃຫ້ເກີດດອກອອກຜົນ.
ພ້ອມນັ້ນປີ 2025 ນວ ຈະໄດ້ເປັນເຈົ້າພາບໃນການຈັດງານມະຫາກໍາກິລາແຫ່ງຊາດ ຂ້າພະເຈົ້າມີຄວາມຍິນດີເຊື້ອເຊີນແຂວງກວາງຕຸ້ງ ໂດຍສະເພາະການນຳສູງສຸດຂອງແຂວງກວາງຕຸ້ງໄປເຂົ້າຮ່ວມງານເຂົ້າຮ່ວມງານດັ່ງກ່າວ ເພື່ອໃຫ້ມີບັນຍາກາດຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດອັນຈົບງາມ ພ້ອມທັງຂໍເຊີນ ໄປເຂົ້າຮ່ວມງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າທີ່ຈະຈັດຂຶ້ນໃນໄລຍະເດືອນພະຈິກ 2025.
ຕອນທ້າຍທ່ານເຈົ້າຄອງ ນວ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບເພື່ອນມິດຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ ລະຫວ່າງສອງພັກ ສອງລັດ ປະຊາຊົນສອງຊາດ ເວົ້າລວມ ເວົ້າສະເພາະ ນວ ແລະ ແຂວງກວາງຕຸ້ງນັບມື້ກ້າວເຂົ້າສູ່ລວງເລິກ ແລະ ໝັ້ນຄົງຂະໜົງແກ່ນຍືນຍົງຕະຫຼອດກາລະນານ.
ທີ່ມາ: ວຽງຈັນໃໝ່