Home ຂ່າວພາຍໃນ ເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຈະສາມາດສ້າງໂອກາດໃໝ່ແຫ້ໃຫ້ແກ່ປະເທດລາວ

ເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຈະສາມາດສ້າງໂອກາດໃໝ່ແຫ້ໃຫ້ແກ່ປະເທດລາວ

0

ເມື່ອບໍ່ດົນມານີ້, ໃນໄລຍະຈັດກອງປະຊຸມວິສາມັນລັດຖະມົນຕີກະຊວງເສດຖະກິດການຄ້າຈີນ-ອາຊຽນ, ສອງຝ່າຍໄດ້ຮ່ວມກັນປະກາດວ່າ ໄດ້ສຳເລັດການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຢ່າງຮອບດ້ານ ເຊິ່ງໄດ້ເຮັດໃຫ້ການຮ່ວມມືໃນພາກພື້ນນີ້ ທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ ຈະໄດ້ຮັບການຍົກລະດັບຂຶ້ນຕື່ມອີກ. ໃນຖານະເປັນປະເທດສະມາຊິກສຳຄັນຂອງອາຊຽນ ແລະ ປະເທດຄູ່ຮ່ວມມືທີ່ສຳຄັນຂອງຈີນ, ລາວຈະສາມາດບັນລຸການພັດທະນາເສດຖະກິດສັງຄົມແບບກ້າວກະໂດດຂັ້ນ ຈາກໂອກາດຕ່າງໆທີ່ເກີດຂຶ້ນຈາກເຂດການຄ້າເສລີຈີນ-ອາຊຽນສະບັບ 3.0.

ໃນຊຸມປີຜ່ານມາ, ລາວໄດ້ຮັບການພັດທະນາໃນລະດັບໃດໜຶ່ງໃນຂົງເຂດເສດຖະກິດດີຈີຕອນ, ແຕ່ຍັງມີພື້ນທີ່ອ່າວກວ້າງຂວາງທີ່ຕ້ອງໄດ້ປັບປຸງໃນດ້ານການພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ການປະຍຸກໃຊ້ເຕັກນິກດີຈີຕອນ. ເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ສຸມໃສ່ການເຊື່ອມຕໍ່ໂຄງລ່າງພື້ນຖານດີຈີຕອນ, ການເຊື່ອມຕໍ່ດ້ານການບໍລິຫານງານເອເລັກໂຕຣນິກ ແລະ ການຊຳລະເງິນຂ້າມຊາດ ເຊິ່ງບໍ່ພຽງແຕ່ໄດ້ອອກຂໍ້ກຳນົດຕ່າງໆ ເຊັ່ນ: ການປົກປ້ອງຂໍ້ມູນສ່ວນຕົວ, ມາດຕະຖານດ້ານການຄ້າດີຈີຕອນ ແລະອື່ນໆ, ຍັງໄດ້ສ້າງຂົວສຳລັບການແບ່ງປັນການຊົມໃຊ້ເຕັກໂນໂລຊີຮ່ວມກັນ. ໃນອະນາຄົດ, ລາວຈະສາມາດອີງໃສ່ເຕັກນິກ 5G ທີ່ສົມບູນ ແລະ ປະສົບການບໍລິຫານງານດ້ານທຸລະກິດເອເລັກໂຕຣນິກຂອງຈີນ, ອົບຮົມບົ່ມສ້າງຕະຫຼາດທຸລະກິດເອເລັກໂຕຣນິກຂອງຕົນ ເພື່ອເຮັດໃຫ້ຜະລິດຕະພັນກະສິກຳທີ່ມີເອກະລັກພິເສດຂອງລາວ ເຊັ່ນ: ກາເຟ, ເຂົ້າສານ ເປັນຕົ້ນ ສາມາດປ້ອນເຂົ້າຕະຫຼາດສາກົນ ດ້ວຍຮູບແບບດີຈີຕອນ, ໃນຂະນະດຽວກັນ, ຍັງຊຸກຍູ້ໃຫ້ການບໍລິຫານຫັນເປັນຮູບແບບດີຈີຕອນ ເພື່ອຍົກປະສິດທິພາບໃນດ້ານການປົກຄອງສັງຄົມໃຫ້ສູງຂຶ້ນ.

ເສດຖະກິດສີຂຽວແມ່ນອີກຈຸດເດັ່ນຈຸດໜຶ່ງໃນສະບັບ 3.0 ເຊິ່ງແທດເໝາະກັບຄວາມຮຽກຮ້ອງຕ້ອງການດ້ານການພັດທະນາຂອງປະເທດລາວ. ລາວມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ທ່າແຮງບົ່ມຊ້ອນອັນມະຫາສານໃນດ້ານການພັດທະນາພະລັງງານສີຂຽວ, ການທ່ອງທ່ຽວທຳມະຊາດ ແລະ ອື່ນໆ. ແຕ່ລາວກໍມີຄວາມຈຳກັດໃນດ້ານເງິນທຶນ, ເຕັກນິກ ແລະ ປະສົບການດ້ານການຄຸ້ມຄອງ, ທ່າແຮງເຫຼົ່ານີ້ຍັງບໍ່ສາມາດຫັນມາເປັນທ່າແຮງດ້ານເສດຖະກິດຢ່າງເຕັມທີ່. ກົນໄກການຮ່ວມມືໃນ 8 ຂົງເຂດບຸລິມະສິດ ເຊັ່ນ: ການຄ້າສີຂຽວ ແລະ ການລົງທຶນສີຂຽວເປັນຕົ້ນໃນສະບັບ 3.0 ຈະນຳເອົາເຕັກໂນໂລຊີ ແລະ ເງິນທຶນໃນຂົງເຂດການພັດທະນາພະລັງງານສະອາດ, ການສ້າງແຫຼ່ງທ່ອງທ່ຽວທຳມະຊາດ ແລະ ອື່ນໆຂອງຈີນ ແລະ ປະເທດອື່ນເຂົ້າມາລາວ. ພວກເຮົາສາມາດຈິນຕະນາການໄດ້ວ່າ: ໃນອະນາຄົດ, ການທ່ອງທ່ຽວທຳມະຊາດ, ສູນພະລັງງານສະອາດ ແລະ ອື່ນໆ ຈະກາຍເປັນນາມບັດໃໝ່ຂອງເສດຖະກິດສີຂຽວຂອງລາວ ເຊິ່ງຈະສາມາດບັນລຸການເຕີບໂຕດ້ານເສດຖະກິດໄປພ້ອມກັບການອະນຸລັກສິ່ງແວດລ້ອມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version