Home ທຸລະກິດ ລາວ-ສ ເກົາຫລີ ຊຸກຍູ້ການເຕີບໂຕສີຂຽວສົ່ງເສີມການຮ່ວມມືດ້ານການລົງທຶນ

ລາວ-ສ ເກົາຫລີ ຊຸກຍູ້ການເຕີບໂຕສີຂຽວສົ່ງເສີມການຮ່ວມມືດ້ານການລົງທຶນ

0

ສະຖານເອກອັກຄະລັດຖະທູດ ສ ເກົາຫລີ ປະຈໍາ ສປປ ລາວ ແລະ ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ຈັດກອງປະຊຸມ ການຮ່ວມມື ລາວ-ສ ເກົາຫລີ ເພື່ອຍຸດຕິການປ່ອຍອາຍກາກບອນ ປະຈຳປີ 2025 ເມື່ອບໍ່ດົນຜ່ານມາ ຢູ່ນະຄອນຫລວງວຽງຈັນ ແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບການຫລຸດຜ່ອນການປ່ອຍອາຍກາກບອນ ແລະ ສົ່ງເສີມການລົງທຶນສີຂຽວ. ນອກນີ້, ຍັງແນໃສ່ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພນການທູດ ລາວ-ສ ເກົາຫລີ ຄົບຮອບ 30 ປີ.

ໃນກອງປະຊຸມ ທ່ານ ກູ ບອນ ຢອງ (Koo Bon Kyung) ປະທານອົງການ KOTRA ປະຈຳອາຊີ ຕາເວັນອອກສຽງໃຕ້ ແລະ ໂອເຊອານີ ເນັ້ນເຖິງເປົ້າໝາຍຂອງ ສ ເກົາຫລີ ທີ່ຈະບັນລຸການປ່ອຍອາຍກາກບອນ ເປັນ ສູນ (carbon neutrality) ໃນປີ 2050 ແລະ ເນັ້ນໜັກເຖິງຄວາມສຳຄັນຂອງ ສປປ ລາວ ໃນຖານະຄູ່ຮ່ວມມື ຍຸດທະສາດໃນການພັດທະນາພະລັງງານສີຂຽວ ເຊິ່ງກອງປະຊຸມຄັ້ງນີ້, ໄດ້ເປີດໂອກາດໃຫ້ພາກລັດ, ພາກທຸລະກິດ, ແລະ ຄູ່ຮ່ວມພັດທະນາຂອງພວກເຮົາທີ່ຈະແບ່ງປັນຍຸດທະສາດ, ວາງນະໂຍບາຍ ແລະ ກໍານົດໂຄງການທີ່ຊັດເຈນທີ່ ສາມາດກ້າວ ໄປສູ່ການລົງມືປະຕິບັດຕົວຈິງ.

ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ມີຄໍາເຫັນວ່າ: ພວກເຮົາກຳລັງຈັດຕັ້ງປະຕິບັດ ດຳລັດວ່າດ້ວຍ ກາກບອນເຄດິດ (Carbon Credit), ກະກຽມ ບົດລາຍງານ Nationally Determined Contributions (NDC) 3.0 ແລະ ກໍາລັງປັບປຸງຍຸດທະສາດດ້ານການເງິນສີຂຽວ ໂດຍມີການສະໜັບສະໜັບສະ ຈາກບັນດາຄູ່ຮ່ວມມືສາກົນ ເປັນຕົ້ນແມ່ນ ສ ເກົາຫລີ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຈາກບັນດາກະຊວງ ເຊັ່ນ: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາ ແລະ ຂົນສົ່ງ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ນຳສະເໜີຫລາຍບັນຫາສຳຄັນ ໂດຍໄດ້ເນັ້ນໜັກເຖິງຍຸດທະສາດແຫ່ງຊາດກ່ຽວກັບການສິນເຊື່ອກາກບອນ, ການຫລຸດຜ່ອນການປ່ອຍທາດອາຍເຮືອນແກ້ວ (GHG) ແລະ ການຫັນປ່ຽນພະລັງງານ. ພ້ອມນີ້, ຄູ່ຮ່ວມງານສາ ກົນເຊັ່ນ: ສະຖາບັນການຂະຫຍາຍຕົວສີຂຽວໂລກ (GGGI), ກອຍກາ (KOICA) ແລະ KOTRA ຍັງໄດ້ແບ່ງ ປັນຄວາມເຂົ້າໃຈກ່ຽວກັບການຊ່ວຍເຫລືອດ້ານວິຊາການ, ມາດຕາ 6 ສັນຍາປາຣີ ກ່ຽວກັບກົນໄກການຊື້-ຂາຍສິນ ເຊື່ອກາກບອນ ແລະ ກອບການລົງທຶນ ສີຂຽວ.

ໂອກາດນີ້, ບັນດາບໍລິສັດພະລັງງານສີຂຽວຊັ້ນນຳຂອງ ສ ເກົາຫລີ ເຊັ່ນ: ກຸ່ມບໍລິສັດ CS Tech Consortium (ປະກອບດ້ວຍ NS Telecom, KCP, ແລະ Dasco), ບໍລິສັດ Enerwin Korea, MOA E&C, Thanks Carbon ແລະ EWC ຍັງໄດ້ນໍາສະເໜີກ່ຽວກັບການສາທິດການນໍາໃຊ້ເຕັກໂນໂລຊີ. ພ້ອມນີ້ຍັງໄດ້ມີການເຊັນບົດບັນທຶກການຮ່ວມມື 2 ສະບັບ ຄື: ສັນຍາລະຫວ່າງບໍລິສັດ CS Tech Consortium ຈາກ ເກົາຫລີ ແລະ ບໍລິສັດ ວິສາຫະກິດລັດກໍ່ສ້າງ ແລະ ຕິດຕັ້ງເຄືອຂ່າຍໄຟຟ້າ (ECI) ເພື່ອພັດທະນາໂຄງລ່າງພື້ນຖານລົດຖີບໄຟຟ້າ ແລະ ລະບົບແລກປ່ຽນແບັດເຕີຣີ ແລະ ສັນຍາທີ 2 ແມ່ນເຊັນກັບ ບໍລິສັດ ASA Power Engineering ເພື່ອຮ່ວມພັດທະນາພະລັງງານແສງຕາເວັນ. ເຊິ່ງທັງສອງໂຄງການນີ້, ມີຄວາມພ້ອມທີ່ຈະກາຍເປັນ ໂຄງການລິເລີ່ມ ສຳລັບການຂາຍສິນເຊື່ອກາກບອນ (Internationally Transferred Mitigation Outcomes-ITMO) ລະຫວ່າງ ສ ເກົາຫລີ ແລະ ສປປ ລາວ ພາຍໃຕ້ສັນຍາປາຣີ.

ຕອນບ່າຍວັນດຽວກັນ, ກໍໄດ້ມີກອງປະຊຸມ ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງລາວ ແລະ KOTRA ສໍານັກງານໃຫຍ່, ຜູ້ຕາງໜ້າຈາກກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ຂອງ ສ ເກົາຫລີ ໂດຍສຸມໃສ່ສົນທະນາກ່ຽວກັບການສ້າງຂອບແບບຮ່ວມມືສະເພາະ ເພື່ອບັນລຸເປົ້າໝາຍການຫລຸດ ຜ່ອນອາຍພິດເຮືອນແກ້ວ ພາຍໃນປີ 2030. ພ້ອມນີ້, ຍັງມີ ກອງປະຊຸມການຈັບຄູ່ທຸລະກິດ ໂດຍມີ 19 ບໍລິສັດ ໃຫຍ່ຂອງລາວ ເຂົ້າຮ່ວມການປຶກສາຫາລືແບບໜຶ່ງຕໍ່ໜຶ່ງ ກັບຜູ້ໃຫ້ບໍລິການດ້ານເຕັກໂນໂລຊີສີຂຽວ ແລະ ຜູ້ພັດທະນາໂຄງການຂອງ ສ ເກົາຫລີ ຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version