ອັດຕາເງິນເຟີ້ໃນ ສປປ ລາວ ເຮັດໃຫ້ມາດຕະຖານ ການດໍາລົງຊີວິດຂອງປະຊາຊົນ ໄດ້ຮັບຜົນກະທົບ ແລະ ເຮັດໃຫ້ຕະຫລາດແຮງງານມີການປັບປ່ຽນ ໂດຍອີງຕາມຜົນການສໍາຫລວດ ຕິດ ຕາມຄົວເຮືອນຂອງ ທະນາຄານໂລກຄັ້ງຫລ້າສຸດ ເພື່ອຮັບມືກັບລາຄາສິນຄ້າທີ່ເພີ່ມຂຶ້ນ, ຄົນຫັນມາເຮັດວຽກຫລາຍຂຶ້ນ, ແຕ່ເນື່ຶອງຈາກຄ່າຈ້າງບໍ່ສອດຄ່ອງກັບອັດຕາເງິນເຟີ້, ແຮງງານຈຶ່ງຫັນມາເຮັດວຽກໃຫ້ກັບຕົວເອງ ແລະ ຍົກຍ້າຍຖິ່ນຖານ ເພື່ອຫາລາຍໄດ້ລ້ຽງຄອບຄົວ.
ການສໍາຫລວດຕິດຕາມ ຄວາມຢູ່ດີກິນດີຂອງຄົວເຮືອນແບບໄວ ຮອບທີ 10 ຂອງທະນາຄານໂລກ ປະຈຳລາວ ທີ່ໄດ້ດໍາເນີນໃນທົ່ວປະເທດ ໃນເດືອນມັງກອນຫາເດືອນກຸມພາ 2025, ຜົນການສໍາຫລວດໄດ້ສະແດງໃຫ້ເຫັນ ຕົວເລກການຈ້າງງານໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍອັດຕາສ່ວນຂອງຜູ້ຕອບແບບສອບຖາມ ທີ່ລາຍງານການຈ້າງງານໃນເດືອນມັງກອນ 2025 ແມ່ນ 97,1%, ເພີ່ມຂຶ້ນຈາກ 94,4% ໃນເດືອນມິຖຸນາ 2024 ແລະ 88,2% ໃນເດືອນພຶດສະພາ 2022. ຜູ້ຍິງໄດ້ເຂົ້າສູ່ຕະ ຫລາດແຮງງານຫລາຍຂຶ້ນ ເຮັດໃຫ້ຄວາມແຕກໂຕນຂອງການຈ້າງງານລະຫວ່າງຍິງ-ຊາຍ ຫລຸດລົງຈາກ 8% ໃນເດືອນທັນວາ 2022 ເຫລືອພຽງ 1,9% ໃນເດືອນມັງກອນ 2025. ໃນຂະນະດຽວກັນ, ອັດຕາເງິນເຟີ້ທີ່ສູງ, ການອ່ອນຄ່າຂອງເງິນ ແລະ ຄ່າຈ້າງຕົວຈິງທີ່່ຫລຸດລົງໄດ້ ເປັນປັດໄຈຫລັກໃຫ້ແຮງງານຫລາຍຄົນຫັນປ່ຽນ ຈາກການເຮັດວຽກໃນຂະແໜງການບໍລິການ ມາສູ່ການເຮັດວຽກກະສິກຳ, ຈາກແຮງງານທີ່ມີຄ່າຈ້າງ ມາສູ່ການເຮັດວຽກໃຫ້ກັບຕົວເອງ ຫລື ອອກໄປເຮັດວຽກຢູ່ຕ່າງປະເທດ.ເນື່ຶອງຈາກນະໂຍບາຍການເງິນທີ່ຮັດກຸມ ແລະ ການຄວບຄຸມອັດຕາແລກປ່ຽນເງິນຕາຕ່າງປະເທດ, ອັດ ຕາເງິນເຟີ້ໄດ້ຄ່ອຍຫລຸດລົງ ຈາກ 26.2% ໃນກາງປີ 2024 ມາເປັນ 11,2% ໃນເດືອນມີນາ 2025. ແຕ່ເຖິງແນວໃດກໍຕາມ ອັດຕາເງິນເຟີ້ຍັງຄົງສູງ ແລະ ຫລາຍຄົວເຮືອນ ແມ່ນຢູ່ໃນສະຖານະທາງການເງິນທີ່ອ່ອນແອ ເນື່ອງຈາກການເພີ່ມຂຶ້ນຂອງລາຄາທີ່ສູງ ຢ່າງຕໍ່ເນື່ອງມາເປັນເວລາຫລາຍປີ.
ທ່ານ Alex Kremer ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ ໄດ້ກ່າວວ່າ: ການຫັນ ປ່ຽນຂອງຕະຫລາດແຮງງານໃນລາວ ແມ່ນໄວຢ່າງໜ້າປະຫລາດໃຈ. ອັດຕາເງິນເຟີ້ທີ່ສູງ ແລະ ການ ອ່ອນຄ່າຂອງເງິນ ໃນໄລຍະເວລາ 3 ປີ ເຮັດໃຫ້ທາງເລືອກໃນການເຮັດວຽກມີການປັບປ່ຽນ, ມາດຕະ ຖານການດໍາລົງຊີວິດ ຂອງຄົວເຮືອນໄດ້ຮັບຜົນກະທົບ, ມີການເຄື່ອນຍ້າຍແຮງງານຫລາຍຂຶ້ນ ແລະ ເຮັດໃຫ້ການພັດທະນາທຶນມະນຸດເສຍຫາຍ.

ຜົນການສຳຫລວດຄັ້ງນີ້, ຊີ້ໃຫ້ເຫັນວ່າ: ຄອບຄົວໄດ້ໃຊ້ຊັບສິນຂອງເຂົາເຈົ້າໄປຈົນເກືອບໝົດ ແລະ ໃນທີ່ສຸດອາດຈະບໍ່ສາມາດ ຮັບມືກັບສະພາບດັ່ງກ່າວນີ້ໄດ້. ການເຕີບໂຕຂອງຄ່າຈ້າງຍັງຄົງທີ່, ຢູ່ທີ່ 13% ໃນເດືອນທັນວາ 2024, ໃນຂະນະທີ່ ການຫລຸດລົງຂອງອັດຕາຄ່າຈ້າງໄດ້ຊະລໍໂຕຄື 11,2% ໃນປີ 2023 ມາເປັນ 3,9% ໃນປີ 2024. ການເພີ່ມຂຶ້ນຂອງກຳໄລ ຈາກທຸລະກິດຄອບຄົວທີ່ບໍ່ແມ່ນທຸລະກິດກະສິກໍາ ຊະລໍໂຕລົງເຊັ່ນກັນ ເຊິ່ງອັດຕາການເພີ່ມຂຶ້ນຂອງກຳໄລນີ້ ແມ່ນຕໍ່າກວ່າການເຕີບໂຕຂອງຄ່າຈ້າງ. ກຳໄລສະເລ່ຍຈາກທຸລະກິດເພີ່ມຂຶ້ນ 7,4% ຕໍ່ປີ ໃນທ້າຍເດືອນທັນວາ 2024 ເຊິ່ງການເພີ່ມຂຶ້ນນີ້ແມ່ນຕໍ່າກວ່າອັດຕາການເຕີບໂຕຂອງຄ່າຈ້າງປະຈໍາປີ ເຊິ່ງມີອັດຕາຢູ່ 13% ແລະ ອັດຕາເງິນເຟີ້ 16,9%. ໃນເຂດຊົນນະບົດ, ຄົວເຮືອນຍັງສືບຕໍ່ຂະຫຍາຍເຮັດການຜະລິດກະສິກໍາ ແລະ ຂາຍຜົນຜະລິດຫລາຍຂຶ້ນ ເນື່ອງຈາກກຳໄລທີ່ໄດ້ຈາກການເຮັດການຜະລິດກະສິກໍາ ຍັງສູງກວ່າທຸລະກິດປະເພດອື່ນ ທີ່ບໍ່ແມ່ນທຸລະກິດກະສິກໍາ.
ການເຄື່ອນຍ້າຍຂອງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຍັງມີຢູ່ ເນື່ອງມາຈາກການດີ້ນຮົນຊອກຫາໂອກາດ ຂອງການຈ້າງງານທີ່ດີກວ່າ ແລະ ເງິນເດືອນທີ່ສູງກວ່າໃນຕ່າງປະເທດ, ຕາມການລາຍງານໃນເດືອນມັງກອນ 2025 ເຫັນວ່າ ໜຶ່ງສ່ວນສາມຂອງຈຳນວນແຮງງານ ທີ່ໄປເຮັດວຽກຢູ່ຕ່າງປະ ເທດ ໄດ້ເດີນທາງອອກຈາກລາວ ໃນປີ 2024 ເງິນທີ່ໄດ້ຈາກການໄປເຮັດວຽກຢູ່ຕ່າງປະເທດ ຖືກສົ່ງກັບມາເພື່ອການສະໜັບສະໜູນລາຍໄດ້ຂອງຄອບຄົວ ເຊິ່ງ 8,6% ຂອງຄອບຄົວທີ່ຖືກສຳຫລວດ ໄດ້ຮັບເງິນໂອນໃນປີ 2024 ໂດຍສະເລ່ຍແມ່ນ 22,9 ລ້ານກີບຕໍ່ປີ ຫລື ເທົ່າກັບ 76% ຂອງ ຄ່າຈ້າງຂັ້ນຕໍ່າຕໍ່ປີ.
ເພື່ອຮັບມືກັບລາຄາອາຫານທີ່ສູງ, ຫລາຍຄອບຄົວ ໄດ້ນໍາເງິນເກັບ-ເງິນທ້ອນມາໃຊ້, ຂາຍສັດ ລ້ຽງ ຫລື ຊັບສິນອື່ນໆ ຫລື ກູ້ໜີ້ຢືມສິນ ເຊິ່ງຮູບແບບການຮັບມືເຫລົ່ານີ້, ກຳລັງເຮັດໃຫ້ສະຖານະພາບ ດ້ານຊັບສິນຂອງຄອບຄົວຫລຸດລົງ, ຄວາມສາມາດໃນການຟື້ນໂຕ ແລະ ການສ້າງລາຍໄດ້ ໃນການອະ ນາຄົດມີຄວາມອ່ອນແອ, ໜຶ່ງສ່ວນສາມຂອງຄົວເຮືອນ ໄດ້ຫລຸດຄ່າໃຊ້ຈ່າຍໃນດ້ານສຸຂະພາບ ແລະ ການສຶກສາ, ເດັກນ້ອຍຈາກຄອບຄົວທີ່ຍາກຈົນ ມີໂອກາດທີ່ຈະບໍ່ໄດ້ເຂົ້າໂຮງຮຽນຫລາຍ ສະແດງອອກຄື ໃນເດືອນມັງກອນ 2025 ເດັກນ້ອຍໃນເກນອາຍຸເຂົ້າຮຽນ ຈາກຄອບຄົວທີ່ມີລາຍໄດ້ຕໍ່າກວ່າ ບໍ່ໄດ້ລົງທະບຽນເຂົ້າຮຽນ 11,4% ເຊິ່ງສູງກວ່າ ເດັກນ້ອຍຈາກຄອບຄົວທີ່ມີສະຖານະດີກວ່າ ໂຕສະເລ່ຍ 4,5%.