ວັນທີ 5 ພຶດສະພາ 2025 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະການນໍາຂອງແຂວງໄດ້ເຄື່ອນໄຫວຕິດຕາມກວດກາການບູລະນະ ເຮືອນພັກຂອງ ທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ທີ່ ບ້ານ ໜອງປີງ ເມືອງບົວລະພາ, ໂດຍການພາທາງຂອງ ທ່ານ ພັອ ຄໍາສິງ ນົນທະສອນ ເຈົ້າເມືອງບົວລະພາ ແລະ ພາກສ່ວນຫ້ອງການທີ່ກ່ຽວຂ້ອງຂອງເມືອງ ຮ່ວມຕິດຕາມ.
ເພື່ອກວດກາຄວາມຄືບໜ້າການບູລະນະ ເຮືອນພັກອະດີດການນໍາຂັ້ນສູງຂອງລາວ ທີ່ເຄິຍເຄື່ອນໄຫວປະຕິວັດ ໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ໃຫ້ຄົງໄວ້ເປັນອະນຸສອນຕະຫຼອດໄປ, ໂດຍແຂວງໄດ້ມອບງົບປະມານຈໍານວນໜຶ່ງໃຫ້ເມືອງບົວລະພາ ໃນການຈັດຕັ້ງປະຕິບັດ ເພື່ອປັບປຸງປົວແປງຄືນໃໝ່ ໂດຍສະເພາະແມ່ນໂຄງສ້າງຫຼັງຄາ ແລະ ພື້ນຖານໂຄງລ່າງພາຍໃນຂອງເຮືອນພັກ, ໃນການລົງຕິດຕາມກວດກາຄັ້ງນີ້ ເຈົ້າແຂວງຄໍາມ່ວນ ຍັງໄດ້ຊີ້ນໍາ ມາຍັງພາກສ່ວນກ່ຽວຂ້ອງຂັ້ນເມືອງ ສືບຕໍ່ເອົາໃຈໃສ່ເພື່ອປັບປຸງສະພາບແວດລ້ອມ ບໍລິເວນອ້ອມຂ້າງເຮືອນ, ພ້ອມທັງ ກໍານົດຂອບເຂດເນື້ອທີ່ ເພື່ອອອກໃບຕາດິນ ແລະ ສ້າງກຳແພງ ອື່ນໆ ໃຫ້ມີຄວາມສົມບູນຂຶ້ນຕື່ມ.