ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງສະຫະພັນຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປຢ້ຽມຢາມເຮັດວຽກ ຢູ່ ສະຫະພັນ ຣັດເຊຍ ໃນລະຫວ່າງວັນທີ 8-10 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຣັດເຊຍ ຄົບຮອບ 80 ປີ.