Home ຂ່າວໜ້າໜຶ່ງ ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດມົງໂກລີ

ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດມົງໂກລີ

0

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ບຽມບາຊູເຣນ ຈຳສຣັງ (Byambasuren JAMSRAN) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ໃນຕອນເຊົ້າວັນທີ 5 ພຶດສະພາ ນີ້ ທີ່ ກະຊວງການຕ່າງປະເທດ, ໃນໂອກາດ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ທ່ານ ບຽມບາຊູເຣນ ຈຳສຣັງ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີ 4 ເດືອນ ຢ່າງສະຫງ່າງາມ ແລະ ມີຜົນສໍາເລັດສູງຫຼາຍດ້ານ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ມີມາແຕ່ດົນນານ ທີ່ນັບມື້ໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ພິເສດ ທ່ານ ບຽມບາຊູເຣນ ຈຳສຣັງ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ ເປັນຕົ້ນແມ່ນ ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆ ຂອງສອງຝ່າຍ ເຊັ່ນ: ການຢ້ຽມຢາມຂັ້ນສຸດຍອດຂອງສອງປະມຸກລັດ ໃນເດືອນພະຈິກ 2023 ທີ່ ນະຄອນຫຼວງວຽງຈັນ ແລະ ເດືອນມີຖຸນາ 2024 ທີ່ ນະຄອນຫຼວງອູລານບາຕໍ, ຂັ້ນຮອງປະທານປະເທດ, ປະທານສະພາແຫ່ງຊາດ, ຮອງປະທານສະພາ ແລະ ຂັ້ນລັດຖະມົນຕີຈຳນວນ 16 ຄະນະ ແລະ ໄດ້ຊຸກຍູ້ໃຫ້ມີການລົງນາມໃນເອກະສານທີ່ກ່ຽວຂ້ອງກັບການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຈຳນວນ 18 ສະບັບ. ນອກນັ້ນ, ທ່ານ ບຽມບາຊູເຣນ ຈຳສຣັງ ຍັງໄດ້ຊຸກຍູ້ບັນດາແຜນງານ, ໂຄງການການຮ່ວມມືຂອງສອງລັດຖະບານ ລາວ-ມົງໂກລີ ໃຫ້ມີຄວາມຕໍ່ເນື່ອງ, ຮັກສາໄດ້ບັນຍາກາດຂອງການຮ່ວມມື ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ມົງໂກລີ, ໂດຍສະເພາະຜົນສຳເລັດຢ່າງຈົບງາມຂອງກອງປະຊຸມຄະນະກຳມາທິການຮ່ວມມືດ້ານການຄ້າ, ເສດຖະ ກິດ, ວິທະຍາສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄັ້ງທີ 12 ໃນລະຫວ່າງວັນທີ 26 – 28 ມັງກອນ 2025 ທີ່ ນະຄອນຫຼວງວຽງຈັນ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ມົງໂກລີ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ມົງໂກລີ.

ຍ້ອນເຫັນໄດ້ຜົນງານອັນໃຫຍ່ຫຼວງ ແລະ ຜົນສໍາເລັດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ ທ່ານເອກອັກຄະລັດຖະທູດ ບຽມບາຊູເຣນ ຈຳສຣັງ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີ ທີ່ທ່ານໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ມົງໂກລີ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນຕະຫຼອດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ພ້ອມດຽວກັນນີ້, ທ່ານ ບຽມບາຊູເຣນ ຈຳສຣັງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະ ບານ ແລະ ປະຊາຊົນລາວ, ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດລາວ-ມົງໂກລີ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version