Home ຂ່າວໜ້າໜຶ່ງ ລາວ-ບຣູໄນສືບຕໍ່ກົນໄກການຮ່ວມມືສອງຝ່າຍໃນຂະແໜງກະສິກຳ

ລາວ-ບຣູໄນສືບຕໍ່ກົນໄກການຮ່ວມມືສອງຝ່າຍໃນຂະແໜງກະສິກຳ

0

ຄະນະຜູ້ແທນ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຢ້ຽມຢາມ ແລະ ເຮັດວຽກ ຢູ່ ບຣູໄນດາຣູຊາລາມ ຢ່າງເປັນທາງການ ໃນວັນທີ 27-31 ເມສາ 2025 ຈຸດປະສົງໃນການຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ໃນຄັ້ງນີ້ ແມ່ນ ເພື່ອ ເຂົ້າຮ່ວມກອງປະ ຊຸມຄະນະກຳມະການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 2 (2nd Joint Working Committee Meeting) ແລະ ກອງປະຊຸມກ່ຽວຂ້ອງ ພ້ອມທັງ ຢ້ຽມຢາມພື້ນຖານການຜະລິດ ຂອງ ບຣູໄນດາຣູຊາລາມ ຈຳນວນໜຶ່ງ ການຈັ້ດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ແມ່ນເປັນການສືບຕໍ່ກົນໄກການຮ່ວມມືສອງຝ່າຍໃນຂະແໜງກະສິກຳຂອງສອງປະເທດ ສປປ ລາວ ແລະ ບຣູໄນດາຣູຊາລາມ.

ໃນການຢ້ຽມຢາມຄັ້ງນີ້ ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳບຣູໄນດາຣູຊາລາມ ແລະ ຄະນະຕິດຕາມຈຳນວນໜຶ່ງ ໄດ້ເຂົ້າຢ້ຽມຄຳນັບ ສົມເດັດຊຸນຕານ ຮາຈິ ຮັດຊານານໂບນເກຍ ແຫ່ງ ບຣູໄນດາຣຸຊາລາມ ເພື່ອສະແດງຄວາມເຄົາລົບ ແລະ ລາຍງານຈຸດປະສົງການເຄື່ອນໄຫວພົບປະຢ້ຽມຢາມ ບຣູໄນດາຣຸຊາລາມ ພ້ອມທັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກ ພະນະທ່ານ ປະທານປະເທດ ພະນະທ່ານ ນາຍົກລັດຖະມົນຕີ ລັດຖະບານ ແລະ ປະຊາຊົນລາວ ເຖິງ ສົມເດັດຊຸນຕານ ຮາຈິ ຮັດຊານານໂບນເກຍ.

ທ່ານ ລັດຖະມົນຕີ ໄດ້ນຳພາຄະນະຜູ້ແທນຝ່າຍລາວ ພົບປະສອງຝ່າຍ ກັບ ທ່ານ Dato Seri Setia Dr. Haji Abdul Manaf bin Haji Metussin ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ແຫ່ງ ບຣູໄນດາຣຸຊາລາມ ພ້ອມຄະນະ ແລະ ໄດ້ປຶກສາຫາລື ແລະ ທົບທວນການຮ່ວມມື ລະຫວ່າງ ສອງກະຊວງໃນໄລຍະຜ່ານມາ ແລະ ການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະເພາະແມ່ນການຮັບຮອງເອົາຜົນກອງປະຊຸມ JWC ຄັ້ງທີ 2 ເພື່ອຊຸກຍູ້ສົ່ງເສີມວຽກງານການລົງທຶນ-ການຄ້າດ້ານກະສິກຳ ໂດຍການມີສ່ວນຮ່ວມຂອງຜູ້ປະກອບການ.

ນອກຈາກນີ້ ຄະນະຜູ້ແທນຝ່າຍລາວ ໄດ້ເຂົ້າຮ່ວມ ກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ບຣູໄນດາຣຸຊາລາມ ຄັ້ງທີ 2 (2nd Joint Working Committee) ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ນາງ Yang Mulia Dayang Noralinda Binti Haji Ibrahim ຮອງຫົວ ໜ້າຫ້ອງການກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ເຊິ່ງກອງປະຊຸມຄັ້ງທີ 1 ໄດ້ຈັດຂຶ້ນໃນເດືອນ ກໍລະກົດ 2023 ຢູ່ ສປປ ລາວ ກອງປະຊຸມດັ່ງກ່າວ ໄດ້ເຫັນດີເປັນເອກະພາບ ໃນການ ນຳສົ່ງຜະລິດຕະພັນກະສິກຳ ໂດຍສະເພາະ ແມ່ນ ເຂົ້າ ກາເຟ ໝາກໄມ້ ແລະ ພືດອົບແຫ້ງ ໄປ ບຣູໄນດາຣູຊາລາມ ໃນຂັ້ນເລີ່ມຕົ້ນ (50 ໂຕນ) ແລະ ພ້ອມທັງ ສຶກສາຄວາມເປັນໄປໄດ້ ໃນການສົ່ງອອກວັດຖຸດິບອາຫານສັດ (ສາລີ ແລະ ມັນຕົ້ນ) ໄປ ບຣູໄນດາຣູຊາລາມ ໃນຕໍ່ໜ້າ.

ຄະນະຜູ້ແທນຝ່າຍລາວ ໄດ້ນຳພາພາກທຸລະກິດ ເຂົ້າຮ່ວມກອງປະຊຸມພົບປະພາກທຸລະກິດ ລາວ-ບຣູໄນ ໂດຍການເປັນປະທານ ຂອງ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ໂດຍມີ ຜູ້ປະກອບການຂອງທັງສອງຝ່າຍເຂົ້າຮ່ວມ (ຜູ້ປະກອບການຝ່າຍລາວ ປະກອບມີ ໂຮງສີເຂົ້າຈຳປາຫອມ ໂຮງສີເຂົ້າສະຫວັນນະເຂດຂອງກຸ່ມບໍລິສັດໂຊກໄຊ ແລະ ທະນາຄານພັດທະນາລາວ) ແລະ ໄດ້ປຶກສາຫາລືຊ່ອງທາງໃນການດຳເນີນທຸລະກິດຮ່ວມກັນໃນຕໍ່ໜ້າໂດຍສະເພາະ ແມ່ນການສົ່ງອອກຜະລິດຕະພັນກະສິກຳ ຈາກ ສປປ ລາວ ໄປ ບຣູໄນດາຣູຊາລາມ ໂດຍມີການສະໜັບສະໜູນ ແລະ ອຳນວຍຄວາມສະດວກຈາກພາກລັດ ຂອງທັງສອງປະເທດ.

ນອກຈາກນີ້ ຄະນະຜູ້ແທນ ຍັງໄດ້ຢ້ຽມຢາມພື້ນຖານການຜະລິດ ທີ່ສຳຄັນຈຳນວນໜຶ່ງ ຂອງ ບຣູໄນດາຣູຊາລາມ ໂດຍສະເພາະ ຟາມປູກພືດຜັກ ໂດຍນຳໃຊ້ ລະບົບ Hydroponis ແລະ ຟາມລ້ຽງສັດນ້ຳ (ກຸ້ມ ແລະ ປາ) ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version