Home ຂ່າວຕ່າງປະເທດ ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສະ​ມາ​ຊິກ​ຢ່າງຕັ້ງ​ໜ້າ​ ແລະ ມີຄວາມຮັບຜິດຊອບໃນອາຊຽນ

ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ສະ​ມາ​ຊິກ​ຢ່າງຕັ້ງ​ໜ້າ​ ແລະ ມີຄວາມຮັບຜິດຊອບໃນອາຊຽນ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ຕາມຂໍ້ສະເໜີຂອງຝ່າຍ ມາເລເຊຍຊຶ່ງເປັນປະທານ ອາຊຽນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ ອັນວາ ອິບຣາຮິມ ເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ແລະ ບາງບັນຫາຢູ່ພາກພື້ນ, ສາກົນ.

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີມາເລເຊຍ ໄດ້ແຈ້ງໃຫ້ທ່ານນາຍົກ ລັດຖະມົນຕີຫວຽດນາມ ຮັບຊາບກ່ຽວກັບບັນດາມາດຕະການຂອງ ມາເລເຊຍ ໃນຖານະເປັນປະທານອາຊຽນ ໃນການຊຸກຍູ້ແກ້ໄຂບັນດາບັນຫາໃນພາກພື້ນ… ໃນນັ້ນ, ມາເລເຊຍ ໄດ້ດຳເນີນການໂອ້ລົມສົນທະນາກັບບັນດາຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ, ຊຸກຍູ້ບັນດາຝ່າຍແກ່ຍາວການຢຸດຍິງເພື່ອສຸມໃສ່ການຊ່ວຍເຫຼືອມະນຸດສະທຳພາຍຫຼັງໄພພິບັດ ແລະ ແລກປ່ຽນກ່ຽວກັບແບບວິທີສຳຜັດລວມຂອງ ອາຊຽນ ເພື່ອແນໃສ່ເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນກັບບັນດາຄູ່ຮ່ວມມື, ຮັບປະກັນ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນອາຊຽນຢ່າງແຮງ, ສະໜັບສະໜູນ ແລະ ສົມທົບກັບ ມາເລເຊຍ ຢ່າງແໜ້ນແຟ້ນໃນປີເປັນປະທານ ອາຊຽນ ກໍຄື ຈັດຕັ້ງວຽກງານຂອງກອງປະຊຸມ ອາຊຽນ ທີ່ສຳຄັນໃນໄລຍະຈະມາເຖິງຢ່າງປະສົບຜົນສຳເລັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version