Home ຂ່າວພາຍໃນ ຄໍາມ່ວນ-ກວາງຈິ ຮ່ວມມືຄຸ້ມຄອງ ມໍຣະດົກໂລກ (ຫີນໜາມໜໍ່-ຟອງຍາ-ແກບາງ)

ຄໍາມ່ວນ-ກວາງຈິ ຮ່ວມມືຄຸ້ມຄອງ ມໍຣະດົກໂລກ (ຫີນໜາມໜໍ່-ຟອງຍາ-ແກບາງ)

0

ກອງປະຊຸມປຶກສາຫາລື ຮ່ວມວາງແຜນຄຸ້ມຄອງ ມໍຣະດົກໂລກຮ່ວມຊາຍແດນ ລະຫວ່າງ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ແຂວງຄໍາມ່ວນ ສປປ ລາວ ແລະ ອຸທິຍານແຫ່ງຊາດ ຟອງຍາ-ແກ ແຂວງກວາງຈິ ສສ ຫວຽດນາມ ຈັດຂຶ້ນຢູ່ທີ່ແຂວງຄໍາມ່ວນ ໃນລະຫວ່າງວັນທີ 28-31 ກໍລະກົດຜ່ານມາ ໂດຍມີບັນດາການນໍາຈາກແຂວງຄໍາມ່ວນ, ແຂວງກວາງຈິ, ຄະນະຮັບຜິດຊອບຄຸ້ມຄອງ ຫີນໜາມໜໍ່-ຟອງຍາ-ແກບາງ, ມີຜູ້ຕາງໜ້າຈາກອົງການ GIZເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການນໍາສະເໜີ ກ່ຽວກັບການສະໜັບສະໜູນ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ການຮ່ວມມື ກັບ ຟອງຍາ-ແກບາງ, ການສ້າງກອບແຜນການຮ່ວມມືຊາຍແດນ, ຂະບວນການຕ່າງໆດ້ານການພັດທະນາກອບການອະນຸລັກຮ່ວມຊາຍແດນ, ປະຫວັດການຮ່ວມມືລະຫວ່າງອຸທິຍານແຫ່ງຊາດ ຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງຍາ-ແກບາງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການ ໃນການຄຸ້ມຄອງ, ການແນະນໍາເຖິງເຄື່ອງມືການວິເຄາະ ສໍາລັບຜູ້ວາງແຜນວຽກງານຮ່ວມມືຊາຍແດນ ແລະ ຂະບວນການທີ່ຈະຕ້ອງປະຕິບັດ.

ຈຸດປະສົງຂອງກອງປະຊຸມ, ແມ່ນເພື່ອພັດທະນາຄວາມເຂົ້າໃຈຮ່ວມກັນກ່ຽວກັບບັນຫາ ແລະ ວິໄສທັດທົ່ວໄປ, ການພັດທະນາຈຸດປະສົງຮ່ວມກັນກ່ຽວກັບການອະນຸລັກຮ່ວມຊາຍແດນ, ການກໍານົດວິທີການທີ່ມີປະສິດທິພາບທີ່ສຸດ ໃນການມີສ່ວນຮ່ວມ ຂອງບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງຢ່າງຕໍ່ເນື່ອງ, ການສ້າງຄວາມອາດສາມາດໃນການອະນຸລັກຮ່ວມຊາຍແດນ ແລະ ສ້າງສາຍພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈສໍາລັບຄູ່ຮ່ວມງານທັງໝົດ ເພື່ອເຮັດໃຫ້ເກີດການຈັດຕັ້ງປະຕິບັດກອບການຮ່ວມມື ມີປະສິດທິຜົນ, ມີຄວາມເຂົ້າໃຈ ແລະ ຕອບສະໜອງຕໍ່ຂໍ້ກຳນົດຂອງມໍຣະດົກໂລກຂອງອົງການ UNESCO ສໍາລັບຊັບສິນທີ່ເປັນມໍຣະດົກຮ່ວມຊາຍແດນ ແລະ ການກຳນົດມາດຕະການ ເພື່ອຮັບປະກັນລະບົບການຄຸ້ມຄອງຊັບພະຍາກອນ ແລະ ກົນໄກທີ່ໃຊ້ໃນການອະນຸລັກຮ່ວມຊາຍແດນ.

ໃນໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ແມ່ນຜ່ານຂະບວນວິວັດການກະກຽມທີ່ຍືດເຍື້ອຍາວນານ, ແມ່ນຄວາມພະຍາຍາມ, ເອົາໃຈໃສ່ ຂອງລັດຖະບານ ສປປ ລາວ, ອົງການປົກຄອງທ້ອງຖິ່ນ, ການຊ່ວຍເຫຼືອຂອງປະເທດເພື່ອນມິດ ສສ ຫວຽດນາມ, ການຊ່ວຍເຫຼືອສະໜັບສະໜູນຂອງລັດຖະບານເຢຍລະມັນ, ອົງການພັດທະນາແຫ່ງປະເທດເຢຍລະມັນ, ການສະໜັບສະໜູນຢ່າງແຂງແຮງຂອງບັນດາອົງການຈັດຕັ້ງສາກົນຕ່າງໆ ແລະ ບັນດານັກຊ່ຽວຊານ ພາຍໃນ ແລະ ຕ່າງປະເທດ ຊຶ່ງໃຊ້ເວລາຫຼາຍປີໃນການສຳຫຼວດ, ການຈັດເກັບຂໍ້ມູນ, ການຄົ້ນຄວ້າປຶກສາຫາລື ແລະ ການຮ່ວມມືຫຼາຍຝ່າຍ ກ່ອນຈະສະເໜີເຖິງອົງການອຸຍແນັດສະໂກ ພິຈາລະນາ,ແຕ່ສິ່ງທີ່ຫຍຸ້ງຍາກ ແລະ ທ້າທາຍທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ ແມ່ນການວາງແຜນໃນການຄຸ້ມຄອງ, ອະນຸລັກ-ປົກປັກຮັກສາ ແລະ ການພັດທະນາ ໃນພື້ນທີ່ດັ່ງກ່າວ ເພື່ອແນໃສ່ໃຫ້ກາຍເປັນຕົວແບບໜຶ່ງໃນການ ພັດທະນາມໍຣະດົກທີ່ມີຄວາມຍືນຍົງ, ຊຶ່ງທຸກຝ່າຍ ຈະຕ້ອງໄດ້ມີສ່ວນຮ່ວມ ເພື່ອພ້ອມກັນຄົ້ນຄວ້າວາງແຜນຮ່ວມກັນ ເພື່ອໃຫ້ສອດຄ່ອງກັບລະບຽບການຂອງສາກົນ,ທຸກຝ່າຍຈະຕ້ອງໄດ້ເຮັດວຽກຮ່ວມກັນຢ່າງເຕັມຄວາມສາມາດ ເພື່ອພັດທະນາດ້ານພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບໃຫ້ແກ່ການເຂົ້າເຖິງໃນເຂດດັ່ງກ່າວ ເປັນຕົ້ນ: ດ້ານຖະໜົນຫົນທາງ, ລະບົບໄຟຟ້າ, ສຳນັກງານຫ້ອງການ, ພະນັກງານ ທີ່ຈະຮັບຜິດຊອບໃນການຄຸ້ມຄອງ, ບໍລິຫານຈັດການ, ສ່ວນດ້ານ ການໂຄສະນາທາງດ້ານລະບຽບການ ແລະ ນິຕິກຳຕ່າງໆ ແມ່ນເປັນຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ ທີ່ຈະຕ້ອງໄດ້ໂຄສະນາປະຊາສຳພັນໃຫ້ພໍ່ແມ່ປະຊາຊົນຢູ່ໃນເຂດດັ່ງກ່າວໄດ້ຮັບຮູ້, ເຂົ້າໃຈເຖິງຄວາມສຳຄັນ, ຄຸນຄ່າທາງດ້ານມໍລະດົກທາງທຳມະຊາດ ເພື່ອໃຫ້ເຂົາເຈົ້າໄດ້ມີສ່ວນຮ່ວມໃນການປົກປັກຮັກສາ ໃຫ້ມີຄວາມຍືນຍົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version