Home ຂ່າວຕ່າງປະເທດ ກາຊັກສະຖານ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊີກາງ ຄັ້ງທີ6

ກາຊັກສະຖານ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊີກາງ ຄັ້ງທີ6

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ກອງ​ປະ​ຊຸມ ​ພົບ​ປະ​ ລະ​ຫວ່າງ​ ລັດ​ຖະ​ມົນ​ຕີຕ່​າງ​ປະ​ເທດ​ຈີ​ນ-ອາ​ຊີ​ກາງ ​ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່ ນະ​ຄອນ ອານ​ມາ​ຕີ ຂອງ​ກາ​ຊັກ​ສະ​ຖານ. ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ການ​ກະ​ກຽມ​ ທາງ​ການ​ເມືອງຢ່າງ​ຮອບ​ດ້ານ​ ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຊີ​ກາງ ​ທີ່​ຈະ​ຈັດ​ຂຶ້ນ​ພາຍ​ໃນ​ປີ​ນີ້ ພ້ອມ​ທັງ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ ການ​ຊຸກ​ຍູ້​ ການ​ຮ່ວມ​ມື​ ລະ​ຫວ່າງ​ ສປ ຈີນ ​ແລະ ອາ​ຊີ​ກາງ ​ຢ່າງ​ຮອບ​ດ້ານ.

ໃນໂອກາດນີ້ ທ່ານ​ ຫວາງ​ຢີ້, ກຳ​ມະ​ການກົມ​ການ​ເມືອງ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ສະ​ເໜີ ຂໍ້​ສະ​ເໜີ 5ຂໍ້ ​ຂອງ​ ສປ ຈີນ ​ກ່ຽວ​ກັບ​ການ​ລົງ​ເລິກ​ ການ​ຮ່ວມ​ມື​ ສປ ຈີນ-ອາ​ຊີ​ກາງຄື: ໜຶ່ງ, ຍຶດ​ໝັ້ນ​ ຄວາມຊື່​ສັດ ​ແລະ ​ສ້າງ​ຄວາມ​ປອງດອງ​ກັນ; ສອງ, ຍຶດ​ໝັ້ນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ; ສາມ, ຍຶດ​ໝັ້ນ​ການ​ກໍ່​ສ້າງ​ກົນ​ໄກ; ສີ່, ຍຶດ​ໝັ້ນ ​ຄວາມ​ຍຸ​ຕິ​ທຳ ​ແລະ ​ຄວາມ​ເປັນ​ທຳ; ຫ້າ, ​ຍຶດ​ໝັ້ນ ​ມິດ​ຕະ​ພາບ​ແບບ​ຍືນ​ຍາວ​ຕະ​ຫລອດ​ການ. ລັດ​ຖະ​ມົ​ນ​ຕີ ​ຕ່າງ​ປະ​ເທດ ​​ຂອງ​ບັນ​ດາ​ປະ​ເທດ ​ອາ​ຊີ​ກາງ ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ຕີ​ລາ​ຄາ​ສູງ ​ຕໍ່​ສາຍ​ພົວ​ພັນ​ ຄວາມ​ສາ​ມັກ​ຄີ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ ​ໃຈ​ກັນ ​ໃນ​ລະ​ດັບ​ສູງ​ກັບ ສປ ​ຈີນ ກໍ​ຄື ​ບົດ​ບາດ​ສຳ​ຄັນ ​ຂອງ​ກົນ​ໄກ ສປ ​ຈີນ-ອາ​ຊີ​ກາງ, ກອງ​ປະ​ຊຸມ​ ໄດ້​ອອກ​ປະ​ກາດ ​ແຈ້ງ​ຂ່າວ. ໃນ​ໄລ​ຍະ​ກອງ​ປະ​ຊຸມ, ທ່ານ ​ຫວາງ​ຢີ້ ​ໄດ້​ຈັດ​ການ​ພົບ​ປະ​ ສອງ​ຝ່າຍ​ ກັບ​ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ກາງ.

ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version