Home ຂ່າວຕ່າງປະເທດ ດ່ານບໍ່ຫານເປັນຈຸດທົດລອງນຳເຂົ້າຊີມັງຈາກສປປ ລາວ ຕາມຜົນການກວດກາລະບົບອັດສະລິຍະ

ດ່ານບໍ່ຫານເປັນຈຸດທົດລອງນຳເຂົ້າຊີມັງຈາກສປປ ລາວ ຕາມຜົນການກວດກາລະບົບອັດສະລິຍະ

0

ວິທະຍຸສາກົນ ແຫ່ງ ສປ ຈີນ, ຫວ່າງມໍ່ໆ​ ມາ​ນີ້, ສປ ຈີນ​ ໄດ້​ນຳ​ເຂົ້າຊີ​ມັງ 580,85 ໂຕນ ​ຈາກ​ ສປປລາວ ​ຜ່ານ​ດ່ານບໍ່​ຫານ. ນີ້​ແມ່ນ​ຊີ​ມັງ​ ງວດ​ທຳ​ອິດ​ທີ່​​ ສປ ຈີນ ນຳ​ເຂົ້າ ​ຜ່ານ​ດ່ານ​ທາງ​ບົກທີ່​ຄຸ້ມ​ຄອງ​ຕາມ​ຜົນ​ການກວດ​ກາ​ ຂອງ​ລະ​ບົບອັດ​​ສະ​ລິ​ຍະ. ຜູ້​ຮັບ​ຜິດ​ຊອບ​ ຂອງ​ດ່ານ​ພາ​ສີ​ເມືອງຫລ້າ​ ແຈ້ງ​ໃຫ້​ຮູ້​ວ່າ: ເວ​ລາ​ຜ່ານ​ດ່ານ​ ຂອງ​ການ​ນຳ​ເຂົ້າ ​ຊີ​ມັງ​ ຈະຫລຸດ​ລົງ​ຈາກ 35 ວັນ ມາ​ເປັນ​ພາຍ​ໃນ 24 ຊົ່ວ​ໂມງ, ຕົ້ນ​ທຶນ​ການ​ຜ່ານ​ດ່ານຂອງວິ​ສາ​ຫະ​ກິດ​ຈະຫລຸດ​ລົງຫລາຍກວ່າ 90% ເຊິ່ງ​ໄດ້​ບຸກ​ເບີກຊ່ອງ​ທາງ​ໃໝ່​ແຫ່ງ​ການ​ຮ່ວມ​ມື ​ລະ​ຫວ່າງ​ ສປ ຈີນ-ສປປ ລາວ ແລະ ສ້າງ​ຈຸດ​ເຕີບ​ໂຕ​ໃໝ່​​ໃຫ້​ແກ່ເສດ​ຖະ​ກິດ​​ຂອງດ່ານ​ເຂົ້າ​-ອອກ​ເມືອງ. ຜູ້​ຮັບ​ຜິດ​ຊອບທີ່​ກ່ຽວ​ຂ້ອງຂອງ​ເຂດ​ການ​ຮ່ວ​ມືບໍ່​ຫານ-ບໍ່​​ເຕ່ນ ​ແຈ້ງ​ໃຫ້​ຮູ້​ວ່າ: ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຈຸດ​ທົດ​ລອງນຳ​ເຂົ້າ​ສິ​ນ​ຄ້າຕາມ​ຜົນການກວດ​ກາ ຂອງ​ລະ​ບົບອັດ​ສະ​ລິ​ຍະເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ທີ່​ດ່ານບໍ່​ຫານໃຫ້​ບໍ​ລິ​ການ​ເພື່ອ​ສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-​ລາວ, ໃນ​ອະ​ນາ​ຄົດຫວັງ​ວ່າ​ຈະ​ມີ​ວັດ​ສະ​ດຸກໍ່​ສ້າງ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຈາກ ສປປ ລາວ ​ເຂົ້າ​ສູ່​ ສປ ຈີນ ​ໂດຍ​ຜ່ານ​ຊ່ອງ​ທາງ​ນີ້ ຫລາຍກວ່າ​ເກົ່າ ເພື່ອ​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຫລາຍ​ຂຶ້ນກວ່າ​ເກົ່າ​​ໃຫ້​ແກ່ການ​ຄ້າ​ສອງ​ຝ່າຍ ລະຫວ່າງ ສປ ​ຈີນ- ສປປ ລາວ.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version