ໃນວັນທີ 26 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ.

ພ້ອມຄະນະໄດ້ນຳພາກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເຝີກຊ້ອມເດີນສວນສະໜາມ ຢູ່ສະຖານທີ່ພັກເຊົາ ເພື່ອເປັນການເຝິກເຮັດໃຫ້ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ມີຄວາມເຂັ້ມແຂງທາງດ້ານຈັງຫວະເຕັກນິກເດີນສວນສະໜາມ ທັງເປັນການເຝິກກຳລັງແຮງກາຍ, ແຮງໃຈ ເຮັດໃຫ້ກ້ອນກຳລັງກອງທັບປະຊາຊົນລາວ ຮັບປະກັນຄວາມພ້ອມໃນການເຂົ້າຮ່ວມສວນສະໜາມ ເນື່ອງໃນວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ທີ່ນະຄອນຫຼວງມົດສະກູ ສ ຣັດເຊຍ ໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນສູງ.
ມາຮອດວັນທີ 27 ເມສາ 2025 ກ້ອນກຳລັງສວນສະໜາມ ຂອງກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຫັດແອບປະສານກັບກ້ອນກຳລັງ ຂອງບັນດາປະເທດທີ່ເຂົ້າຮ່ວມ ເປັນຄັ້ງທຳອິດ ຢູ່ທີ່ສະໜາມຫັດແອບ “ອາລາບິນໂນ” ເພື່ອກະກຽມ ແລະ ຮັບປະກັນໃຫ້ການເຂົ້າຮ່ວມພິທີສວນສະໜາມດັ່ງກ່າວ.