Home ຂ່າວພາຍໃນ ສະເຫລີມສະຫຼອງ 17 ປີ ວັນມາລາເຣຍໂລກ

ສະເຫລີມສະຫຼອງ 17 ປີ ວັນມາລາເຣຍໂລກ

0

ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ຈັດຂະບວນຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນມາລາເຣຍໂລກ 25 ເມສາ ຄົບຮອບ 17 ປີ (2007-2025) ໃນຫົວຂໍ້ ຢຸດຕິການສົ່ງເຊື້ອມາລາເຣຍ ໂດຍພວກເຮົາທຸກຄົນ: ລົງທຶນຄືນໃໝ່ ນໍາໃຊ້ນະວັດຕະກໍາແບບໃໝ່ ແລະ ເລີ່ມໃໝ່ຢ່າງຕັ້ງໜ້າ.

ຈຸດປະສົງເພື່ອສະແດງອອກເຖິງຄວາມພະຍາຍາມຂອງ ສປປ ລາວ ໃນການຄວບຄຸມ ແລະ ກຳຈັດພະຍາດໄຂ້ ມາລາເຣຍ ໂດຍຜ່ານກິດ ຈະກຳຂະບວນຢາງສາມະຄີ ໂດຍການມີສ່ວນຮ່ວມ ແລະ ສະໜັບສະໜູນຈາກການນໍາ ພະນັກງານສາທາລະນະສຸກ ຄູ່ຮ່ວມພັດທະນາ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ລວມທັງອົງການຈັດຕັ້ງທາງ ສັງຄົມ ແລະ ສາທາລະນະຊົນ.

ພ້ອມນັ້ນກໍເພື່ອເຜີຍແຜ່ຂໍ້ມູນຂ່າວສານ ຄວາມຮູ້ກ່ຽວກັບການບໍລິການ ແລະ ປ້ອງກັນພະຍາດດັ່ງກ່າວ ໃຫ້ແກ່ຄະນະນໍາພາ ວິຊາການ ແລະ ຊຸມຊົນ.

ງານດັ່ງກ່າວຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ເມສາ 2025 ທີ່ສວນປະຕູໄຊ ໂດຍການ ເຂົ້າຮ່ວມຂອງ ທ່ານ ສຈ ປອ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຄຣິສໂຕເຟີ ຟິດແພັດທຣິກ ຮອງຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄຸ້ມຄອງພະຍາດຕິດຕໍ່ ມີຮອງລັດຖະມົນຕີ ບັນດາຫົວໜ້າກົມ ຮອງກົມ ຕາງໜ້າອົງການຄູ່ຮ່ວມງານ ແລະ ມວນຊົນເຂົ້າຮ່ວມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version