Home ຂ່າວການເມືອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວກວດກາຄວາມພ້ອມພິທີເປີດການນໍາໃຊ້ທ່າເຮືອສາກົນ ລາວ-ຫວຽດນາມ

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວກວດກາຄວາມພ້ອມພິທີເປີດການນໍາໃຊ້ທ່າເຮືອສາກົນ ລາວ-ຫວຽດນາມ

0

ໃນວັນທີ 27 ເມສາ 2025 ນີ້, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ແລະ ຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ຂອງ ສປປ ລາວ ໄດ້ເຄື່ອນໄຫວຊີ້ນໍາ ກວດກາ-ຊຸກຍູ້ວຽກງານການກະກຽມຄວາມພ້ອມໃຫ້ແກ່ພິທີເປີດນໍາໃຊ້ທ່າເຮືອ ເລກ 3 ທ່າເຮືອສາກົນ ລາວ-ຫວຽດນາມ ຫວຸ້ງອາງ ເຊິ່ງຕັ້ງຢູ່ເມືອງກິແອັງ ແຂວງຮ່າຕິ້ງ ສສ ຫວຽດນາມ.

ໂອກາດນີ້, ຄະນະອໍານວຍການບໍລິສັດຮຸ້ນສ່ວນ ທ່າເຮືອສາກົນ ລາວ-ຫວຽດນາມ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກການກະກຽມ ເຫັນວ່າມີຄວາມພ້ອມຮອບດ້ານ ແລະ ຮັບປະກັນໃຫ້ແກ່ພິທີເປີດນໍາໃຊ້ທ່າເຮືອ ເລກ 3 ທ່າເຮືອສາກົນ ລາວ-ຫວຽດນາມ ເຊິ່ງຈະມີພິທີເປີດຢ່າງເປັນທາງການໃນວັນທີ 28 ເມສາ 2025.

ໂດຍ: ນາງ ວິໄລພອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version