Home ຂ່າວໜ້າໜຶ່ງ ຄອສພ ເລືອກເອົາຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຄອສພ ເລືອກເອົາຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

0

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດກອງປະຊຸມຕົວແທນສະມາຊິກພັກ ເພື່ອເລືອກເອົາຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍ ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.

ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍສໍາຄັນຫລາຍ ເຊິ່ງພົວພັນໂດຍກົງກັບການປັບປຸງ ອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ຄໍາຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກະພາບ ພາຍໃນອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່”. ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານໂຄສະນາອົບຮົມ, ຮ່າງບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V, ພ້ອມທັງ ໄດ້ຄົ້ນຄວ້າ, ປະກອບຄໍາເຫັນ ໃສ່ຮ່າງລາຍງານການເມືອງກ່ຽວກັບການສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ທິດທາງໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມໃນ ໄລຍະ 5 ປີ(2026-2030); ແຜນພັດທະນາວຽກງານໂຄສະນາອົບຮົມ ຮອດປີ 2030 ແລະ ຄົ້ນຄວ້າປະກອບຄໍາເຫັນໃສ່ບົດສໍາຫລວດການນໍາພາຂອງ ຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະ 5 ປີ ຜ່ານມາ, ແນໃສ່ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃນຊຸມປີຕໍ່ໜ້າ ໃຫ້ສົມຄູ່ກັບໜ້າທີ່ການເມືອງ ທີ່ພັກໄດ້ມອບໝາຍໃຫ້.

ກອງປະຊຸມ ໄດ້ດຳເນີນການປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອໄປເຂົ້າຮ່ວມກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໂດຍມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 10 ສະຫາຍ, ຍິງ 2 ສະຫາຍ ຈາກຈໍານວນສະມາຊິກພັກທັງໝົດ 500 ກວ່າສະຫາຍ. ໃນນັ້ນ, ເລືອກເອົາຜູ້ແທນສົມບູນ 8 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ. ການເລືອກຕັ້ງຄັ້ງນີ້, ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມຮັບຜິດຊອບ ແລະ ການຕື່ນຕົວເປັນເຈົ້າການ ຂອງບັນດາ ສະຫາຍສະມາຊິກພັກ ຊຶ່ງໄດ້ໃຊ້ສິດຂອງຕົນເອງຢ່າງຖືກຕ້ອງ ແລະ ເລືອກເອົາຜູ້ທີ່ມີມາດຖານ, ເງື່ອນໄຂ ເປັນຕົວແທນໃຫ້ແກ່ສະມາຊິກພັກ ທັງໝົດ 500 ກວ່າສະຫາຍ ເພື່ອໄປຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະມາເຖິງໃນຕໍ່ໜ້າ.

ໂອກາດດຽວກັນ, ຍັງໄດ້ມີການປະກາດກົງຈັກການຈັດຕັ້ງຂັ້ນກົມທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຄື: ແຕ່ງຕັ້ງ ສະຫາຍ ສົມປະສົງ ພົງປະເສີດ ເປັນຫົວໜ້າກົມຂໍ້ມູນຂ່າວສານ, ສະຫາຍ ບົວໄລ ພານຸວົງ ເປັນຫົວໜ້າກົມໂຄສະນາ, ສະຫາຍ ອານົງສັກ ອິນທະວົງ ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ວັນຕຸລາ ຣັກນຸດ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ສິມມະນີ ແກ້ວແກ່ນ ເປັນຜູ້ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ, ສະຫາຍ ວັນລາຕີ ຄຳວານວົງສາ ເປັນຜູ້ອຳນວຍການໃຫຍ່ສະຖານີໂທລະພາບແຫ່ງຊາດລາວ ແລະ ແຕ່ງຕັ້ງ ສະຫາຍ ຫີນເພັດ ໄຊຍະສີພັນດອນ ເປັນຮັກສາການ ບັນນາທິການໃຫຍ່ວາລະສານອາລຸນໃໝ່, ທັງປະກາດ ສະຫາຍ ນາງ ພວງມາລີ ອັກຄະມຸນຕີ ຫົວໜ້າກົມຈັກຕັ້ງ-ພະນັກງານ ພັກການຮັບອຸດໜູນບໍານານ. ພ້ອມນີ້, ຍັງໄດ້ບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.

ໃນຕອນບ່າຍວັນດຽວກັນ, ຍັງໄດ້ມີພິທີເຊື່ອມຊຶມລັດຖະທຳມະນູນ ສະບັບປັບປຸງ ແລະ ເຊື່ອມຊຶມເອກະສານປ່ອນບັດເອົາສະມາຊິກສະພາ ຊຸດທີ 10 ຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version