Home ຂ່າວຕ່າງປະເທດ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ເປັນຄວາມຫວັງຄືຜະລິດຕະພັນສາທາລະນະ ທີ່ໂລກປັ່ນປ່ວນຕ້ອງການທີ່ສຸດ

ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ເປັນຄວາມຫວັງຄືຜະລິດຕະພັນສາທາລະນະ ທີ່ໂລກປັ່ນປ່ວນຕ້ອງການທີ່ສຸດ

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ລອງຄິດເບິ່ງວ່າ, ໜ່ວຍໂລກເຮົາເໝືອນດັ່ງ “ບ້ານແຫ່ງໜຶ່ງ” ທີ່ “ຊາວບ້ານ” ພວມປະເຊີນໜ້າກັບບັນຫາດ້ານຄວາມໝັ້ນຄົງຕ່າງໆ ຕົວຢ່າງວ່າ: ການປະທະກັນເຊັ່ນ ສົງຄາມ ຣັດເຊຍ-ອູແກຣນ ແລະ ສະພາບການທີ່ເຄັ່ງຕຶງຢູ່ຕາເວັນອອກກາງເປັນຕົ້ນ ໄດ້ກະທົບເຖິງວິໄສທັດ ຕໍ່ສັນຕິພາບຂອງປະຊາຄົມໂລກ, ໄພຂົ່ມຂູ່ຕ່າງໆທີ່ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ປະຊາຊົນໃນໂລກເຊັ່ນ ສະພາບອາກາດຮ້າຍແຮງທີ່ເກີດຈາກການ ປ່ຽນແປງຂອງດິນຟ້າອາກາດ ແລະ ວິກິດການດ້ານສະບຽງອາຫານ ໄດ້ກະທົບເຖິງການກິນອີ່ມນຸ່ງອຸ່ນຂອງປະຊາຊົນຫລາຍຮ້ອຍລ້ານຄົນ, ພ້ອມນັ້ນ, ການໂຈມຕີທາງອິນເຕີເນັດເປັນໄພຂົ່ມຂູ່ຕໍ່ພື້ນຖານ ໂຄງລ່າງທີ່ສຳຄັນ ແລະ ອື່ນໆ. ພ້ອມດຽວກັນນີ້, ບາງປະເທດປະຕິບັດ ລັດທິຝ່າຍດຽວ, ກໍ່ສົງຄາມການຄ້າ ແລະ ລົງໂທດປະເທດອື່ນໂດຍ ໄດ້ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງ ປະເທດກັບປະເທດ ຫລຸດໜ້ອຍລົງ, ທັງເຮັດໃຫ້ສະພາບຄວາມໝັ້ນຄົງຂອງໂລກມີຄວາມ ຫຍຸ້ງຍາກເພີ່ມຕື່ມ. ບັນຫາເຫລົ່ານີ້ໄດ້ຂ້າມຜ່ານເຂດແດນ, ຈະບໍ່ສາມາດແກ້ໄຂໄດ້ໂດຍອາໄສແຕ່ປະເທດໃດໜຶ່ງ.

ພາຍໃຕ້ສະພາບການດັ່ງກ່າວ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ໃນປີ 2022 ທີ່ປະກອບມີ 4 ແນວຄິດແກນກາງຄື: ຍຶດໝັ້ນທັດສະນະຄວາມໝັ້ນຄົງແບບສັງລວມ, ຍຶດໝັ້ນຫລັກການຄວາມໝັ້ນຄົງຮ່ວມກັນ, ສົ່ງເສີມທັດນະນະຄວາມໝັ້ນຄົງແບບຮ່ວມມືກັນ ແລະ ສົ່ງເສີມທັດສະນະຄວາມໝັ້ນຄົງແບບຍືນຍົງ.

ຈີນ ບໍ່ພຽງແຕ່ແມ່ນຜູ້ສະເໜີຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກເທົ່ານັ້ນ, ຍິ່ງແມ່ນຜູ້ປະຕິບັດຂໍ້ລິເລີ່ມນີ້. ປີ2023, ພາຍໃຕ້ການໄກ່ເກ່ຍຂອງຈີນ, ອາຣັບບີຊາອຸດິດ ແລະ ອີຣານ ໄດ້ຟື້ນຟູສາຍພົວພັນທາງການທູດ; ຈີນ ຮ່ວມມືກັບອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ຫລື FAO ເພື່ອສົ່ງເສີມເຕັກນິກການປູກເຂົ້ານາພັນປະສົມຢ່າງກວ້າງຂວາງຢູ່ອາຟຣິກາ ເຊິ່ງໄດ້ເຮັດໃຫ້ຜົນຜະລິດພືດພັນທັນຍາຫານຂອງທ້ອງຖິ່ນເພີ່ມຂຶ້ນເທົ່າຕົວ, ໂດຍຜ່ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຈີນ ຊ່ວຍເຫລືອປະເທດທີ່ລຽບຕາມເສັ້ນທາງສ້າງທ່າກຳປັ່ນ, ເສັ້ນທາງລົດໄຟ, ສ້າງໂຮງຜະລິດໄຟຟ້າພະລັງານແສງອາທິດ ແລະ ອື່ນໆເພື່ອຊຸກຍູ້ຄວາມໝັ້ນຄົງໃນພາກພື້ນດ້ວຍການເຊື່ອມໂຍງເຊື່ອມຈອດກັນ ແລະການພັດທະນາຕາມທິດສີຂຽວ.

ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກເໝືອນດັ່ງຂົວຕໍ່ແຫ່ງໜຶ່ງ, ເບື້ອງໜຶ່ງຕິດກັບພູມປັນຍາອະລິຍະທຳຈີນ, ອີກເບື້ອງໜຶ່ງເຊື່ອມຕໍ່ກັບວິໄສທັດໃນອະນາຄົດຂອງ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”. ປັດຈຸບັນ, ຂໍ້ລິເລີ່ມດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ 120 ກວ່າປະເທດ ແລະ ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ພ້ອມທັງຖືກບັນທຶກເຂົ້າໃນເອກະສານການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ 120 ກວ່າສະບັບ ລະຫວ່າງ ຈີນກັບປະເທດອື່ນ ແລະ ຈີນ ກັບອົງການຈັດຕັ້ງສາກົນ.

ຂໍ້ລິເລີ່ມດັ່ງກ່າວບອກໃຫ້ຊາວໂລກຮູ້ວ່າ: ຄວາມໝັ້ນຄົງບໍ່ແມ່ນຮັກສາແຕ່ຄວາມໝັ້ນຄົງຂອງຕົນເທົ່ານັ້ນ, ແຕ່ແມ່ນຮ່ວມມືກັນກ້າວໄປຂ້າງໜ້າ; ບໍ່ແມ່ນໃຫ້ຜູ້ຊະນະເກັບເອົາຜົນປະໂຫຍດຂອງປະເທດອື່ນໆ, ແຕ່ແມ່ນຮ່ວມມືຮ່ວມຈະເລີນນຳກັນ. ດັ່ງທີ່ບົດວິຈານສາກົນຂຽນວ່າ: “ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກໄດ້ສະໜອງຜະລິດຕະພັນສາທາລະນະທີ່ໂລກປັ່ນປ່ວນຕ້ອງການທີ່ສຸດຄື: ຄວາມຫວັງ.”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version