Home ຂ່າວຕ່າງປະເທດ ສສ ຫວຽດນາມ ສືບຕໍ່ປະຕິບັດນະໂຍບາຍຫລຸດຜ່ອນອາກອນມູນຄ່າເພີ່ມ

ສສ ຫວຽດນາມ ສືບຕໍ່ປະຕິບັດນະໂຍບາຍຫລຸດຜ່ອນອາກອນມູນຄ່າເພີ່ມ

0

ວິທະຍຸກະຈາຍສຽງຫວຽດນາມ, ລັດຖະບານຫວຽດນາມ ໄດ້ສະເໜີສືບຕໍ່ປະຕິບັດນະໂຍບາຍຫລຸດຜ່ອນອາກອນມູນຄ່າເພີ່ມທີ່ວາລະກອງປະຊຸມຄັ້ງທີ 44, ຄະນະປະຈຳສະພາແຫ່ງຊາດຫວຽດນາມ, ຈັດຂຶ້ນວັນທີ 23 ເມສານີ້ ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ. ວາລະກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບ ຮ່າງມະຕິ ຂອງສະພາແຫ່ງຊາດ ກ່ຽວກັບ ການຫລຸດຜ່ອນ ອາກອນ ມູນຄ່າເພີ່ມ ໃຫ້ແກ່ 6 ເດືອນທ້າຍປີ 2025 ແລະ ປີ 2026.ຫລັງຈາກ ສະເໜີ ຫລຸດຜ່ອນ ອາກອນ ມູນຄ່າເພີ່ມ 2% ສຳລັບ ບັນດາ ໝວດສິນຄ້າ, ການບໍລິການ ທີ່ພວມຈັດວາງ ອັດຕາພາສີ 10% (ລົງເຫລືອ 8%), ຍົກເວັ້ນໝວດສິນຄ້າ, ການບໍລິການ ຈຳນວນໜຶ່ງຄື: ໂທລະສົມມະນາຄົມ, ທະນາຄານ, ດຳເນີນ ທຸລະກິດ ອະສັງຫາ ລິມະຊັບ. ໂດຍເລີ່ມ ມີຜົນສັກສິດ ແຕ່ວັນທີ 1 ກໍລະກົດ ປີ 2025 ຮອດທ້າຍປີ 2026. ຂະນະທີ່ ຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ ໄດ້ເຫັນດີ ຕໍ່ຂໍ້ສະເໜີ ຂອງລັດຖະບານ ເພື່ອແນໃສ່ ຊຸກຍູ້ ການຜະລິດ ດຳເນີນທຸລະກິດ, ສະເໜີ ໃຫ້ລັດຖະບານ ສ້າງສຳເນົາເອກະສານ ມີລັກສະນະເກ້ຍກອມໃຫ້ສົມບູນ ເພື່ອຍື່ນສະເໜີຕໍ່ ສະພາແຫ່ງຊາດຕົກລົງ ທີ່ກອງປະຊຸມຄັ້ງທີ 9 ຈະມາເຖິງ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version