Home ຂ່າວພາຍໃນ ຊາວໜຸ່ມລາວ ປະຈັນບານທຸກໜ້າທີ່ວຽກງານ

ຊາວໜຸ່ມລາວ ປະຈັນບານທຸກໜ້າທີ່ວຽກງານ

0

ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025) ຍ້ອນຄວາມຮຽກຮ້ອງຕ້ອງການຂອງທຸກໆໜ້າທີ່ວຽກງານ ກໍາລັງຂອງຊາວໜຸ່ມສືບຕໍ່ເຄື່ອນໄຫວພາຍໃຕ້ຄໍາຂວັນທີ່ວ່າ: “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຮຽກ ຮ້ອງຕ້ອງການຊາວໜຸ່ມຂານອາສາ” ຊຶ່ງຍາມໃດຊາວໜຸ່ມກໍປະຈັນບານທຸກໆໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ຢ່າງມີຄວາມຮັບຜິດຊອບສູງ ແລະ ສໍາເລັດພາລະກິດແຕ່ລະບາດກ້າວ.

ຊາວໜຸ່ມລາວຍາມໃດກໍຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຊາວໜຸ່ມ-ເຍົາວະຊົນລາວໃຫ້ມີຄຸນນະພາບຊີວິດທີ່ດີ ໂດຍສະເພາະໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ຫັນເອົາ 2 ວາລະແຫ່ງຊາດ ການແກ້ໄຂທາງດ້ານເສດຖະກິດການເງິນ ແລະ ຕ້ານປະກົດການຫຍໍ້ທໍ້ໄພຢາເສບຕິດ ຊາວໜຸ່ມຕ້ອງເປັນເຈົ້າການປະກອບສ່ວນພັດທະນາບົດບາດ, ສິດ ແລະ ໜ້າທີ່ຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນເທື່ອລະກ້າວ. ຊາວໜຸ່ມລາວເວລາໃດກໍເຄື່ອນໄຫວພາຍໃຕ້ຫົ່ມທຸງຂອງພັກ ໄດ້ຮັບການຊີ້ນໍາໂດຍກົງຮອບດ້ານຈາກກົມການເມືອງສູນກາງພັກ ປະຈັນບານທຸກໆໜ້າທີ່ດ້ວຍນໍ້າໃຈເສຍສະຫຼະອັນສູງສົ່ງ ສົມກັບການຂະໜານນາມຂອງປະທານ ໄກສອນ ພົມວິຫານ ທີ່ຂະໜານນາມໃຫ້ຊາວໜຸ່ມວ່າ: “ຊາວໜຸ່ມຈົ່ງປຽບດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ.”

ຂະບວນການຊາວໜຸ່ມໃນທົ່ວປະເທດ ຍັງຄົງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຕະຫຼອດໄລຍະທີຜ່ານມາ ການນໍາພາທຸກຍຸກສະໄໝໄດ້ເຊີດຊູນໍ້າໃຈຮັກຊາດ ຮັກການພັດທະນາ ມາຮອດທ້າຍສະໄໝ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII. ຊາວໜຸ່ມລາວໄດ້ຈັດຂະບວນການຕອບບຸນແທນຄຸນຂອງອະດີດການນໍາ ໜຸ່ມໃນເມື່ອກ່ອນ ຂະບວນການດັ່ງກ່າວນໍາພາໂດຍສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມຄະນະກົມອ້ອມຂ້າງລົງຢ້ຽມຢາມພົບປະໂອ້ລົມກັບບັນດາອະດີດການນໍາເພື່ອລະນຶກເຖິງຄຸນງາມຄວາມດີ, ການເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ອຸທິດຕົນເອງເຂົ້າໃນການປະຕິວັດ ເຮັດສໍາເລັດໜ້າທີ່ການເມືອງຢ່າງສົມກຽດ ຖ້າບໍ່ມີວັນນັ້ນ ກໍບໍ່ມີວັນນີ້. ມາໃນວັນທີ 10-13 ພະຈິກ 2023 ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງຂະບວນຄາລະວານຫວນຄືນຖານທີ່ໝັ້ນຂອງການປະຕິວັດ ທີ່ເມືອງນໍ້າບາກ ແຂວງຫຼວງພະບາງ ເພື່ອເສີມຂະຫຍາຍມູນເຊື້ອອັນປະເສີດຂອງບັນພະບູລຸດ ແລະ ນັກຮົບປະຕິວັດໃນການຕໍ່ສູ້ກູ້ຊາດ ເຮັດໃຫ້ຊາວໜຸ່ມລາວຜູ້ຈະກາຍເປັນຮຸ່ນຄົນສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈການເສຍສະຫຼະບໍ່ຍອມຈໍານົນໃຫ້ແກ່ສັດຕູຜູ້ຫວັງທໍາລາຍມ້າງເພປະເທດຊາດ ເພື່ອພັກເພື່ອຊາດ ນັກຮົບປະຕິວັດບໍ່ຍອມຈໍານົນ ຈົນສາມາດຕີສັດຕູຍາດໄດ້ເອກະລາດມາມື ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975 ເປັນບາດກ້າວໃໝ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຈົນເຖິງທຸກວັນນີ້.

ຜ່ານແປວໄຟຂອງການປະຕິວັດໃນການຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດຜູ້ຮຸກຮານ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດ 70 ປີຜ່ານມາ, ຊາວໜຸ່ມລາວໄດ້ມີມູນເຊື້ອຮັກຊາດອັນດູດດື່ມ ມີຄວາມອົງອາດກ້າຫານ, ບໍ່ຍອມຈໍານົນຕໍ່ອຸປະສັກນາໆປະການ, ທຸກໆໄລຍະປະຫວັດສາດ, ຊາວໜຸ່ມໄດ້ເປັນກໍາລັງແຮງຕົ້ນຕໍໃນການຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຊາວໜຸ່ມລາວໄດ້ມີຄວາມຈົງຮັກພັກດີຕໍ່ພັກ-ລັດ ແລະ ປະເທດຊາດ ຍາມໃດກໍມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຈັດຕັ້ງປະຕິ ບັດຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກຽມພ້ອມປະຕິບັດພາລະກິດຂອງພັກທີ່ມອບໝາຍໃຫ້ ຊາວໜຸ່ມລາວບັນດາເຜົ່າມີຄວາມສາມັກຄີປອງດອງຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ, ມີຈິດໃຈເອື້ອເຟື້ອເພື່ອແຜ່, ສ້າງຄວາມຮັກແພງ ແລະ ຮ່ວມມືກັນກັບບັນດາເພື່ອນມິດທັງພາຍໃນ ແລະ ພາຍນອກຢ່າງກວ້າງຂວາງ. ຊາວໜຸ່ມມີຄວາມຫ້າວຫັນຟົດຟື້ນມ່ວນຊື່ນ, ມີຄວາມຕື່ນຕົວສະດຸ້ງໄວ, ມີຊີວິດຊີວາ, ກ້າຄິດ ກ້າເຮັດ ແລະ ກ້າສະແດງອອກ ພ້ອມກັນຕະລຸມບອນ ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາທັງໜົດເຂົ້າໃນທຸກຂົງເຂດວຽກງານ ບ່ອນໃດຊາດຮຽກຮ້ອງຕ້ອງການຊາວໜຸ່ມມີໜ້າ. ຈາກວັນນັ້ນຈົນມາຮອດມື້ນີ້ ມູນເຊື້ອອັນສະຫງ່າລາສີ ແລະ ສູງສົ່ງຂອງຊາວໜຸ່ມຕະຫຼອດໄລຍະ 70 ປີຜ່ານມາ ແມ່ນບົດຮຽນອັນປະເສີດ, ແມ່ນເສັ້ນທາງທີ່ສະຫວ່າງສະໄຫວຂອງຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າໃນການນໍາພາປະເທດຊາດລາວເດີນໄປສູ່ອະນາຄົດທີ່ຮຸ່ງເຮືອງສີວິໄລ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version