ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ສະຫະພາບເອີຣົບ (EU) ໄດ້ອອກຖະແຫຼງການໂດຍລະບຸວ່າ: ສະຫະພາບເອີຣົບ ແລະ ສະຫະລັດ ອາຣັບ ເອມິເຣດ (UAE) ເຫັນດີຈະເລີ່ມຕົ້ນການເຈລະຈາກ່ຽວກັບສົນທິສັນຍາວ່າດ້ວຍການຄ້າເສລີ
ຖະແຫຼງການລະບຸຕື່ມວ່າ: ເນື້ອໃນການເຈລະຈາກວມເອົາຂົງເຂດສິນຄ້າທີ່ຈັບຕ້ອງໄດ້, ການບໍລິການ ແລະ ການລົງທຶນເປັນຕົ້ນ, ທັງສຸມໃສ່ການເພີ່ມທະວີການຮ່ວມມືໃນຂົງເຂດຍຸດທະສາດ ເຊັ່ນ: ພະລັງງານໝູນວຽນ, ວັດຖຸດິບສຳຄັນ ແລະ ອື່ນໆ.
ທ່ານນາງ ເອີຊູລາ ວອນເດີ ເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບ ກ່າວວ່າ: ຍ້ອນນະໂຍບາຍພາສີຂອງລັດຖະບານອາເມຣິກາໄດ້ສົ່ງຜົນກະທົບຕໍ່ການຄ້າສາກົນ, ສະນັ້ນ, ສະຫະພາບເອີຣົບພວມພະຍາຍາມ ດຳເນີນການຄ້າຫຼາຍກວ່າເກົ່າກັບພາກພື້ນຕ່າງໆໃນໂລກທີ່ນອກຈາກອາເມຣິກາ.