Home ຂ່າວຕ່າງປະເທດ ທ່ານ ເລືອງ​ເກື່ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານ​ ສີ​ຈີ້ນ​ຜິງ

ທ່ານ ເລືອງ​ເກື່ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານ​ ສີ​ຈີ້ນ​ຜິງ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 15 ເມສາ ຜ່ານມາ ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ ສີຈີ້ນຜິງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດປະຊາຊົນ ຈີນ.

ໃນການພົບປະເຈລະຈາ, ການນຳສອງທ່ານພ້ອມກັນເນັ້ນໜັກວ່າ: ນ້ຳໃຈໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແມ່ນມໍລະດົກລວມອັນລໍ້າຄ່າຂອງສອງຊາດ ຊຶ່ງຄົນຮຸ່ນຫຼັງສອງປະເທດຕ້ອງສືບທອດ, ຖະໜຸຖະໜອມ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ຈີນ ຖືວ່າ 75 ປີຜ່ານມາ, ຂອບເຂດການພົວພັນສອງປະເທດ ຈາກມິດຕະພາບທີ່ເປັນມູນເຊື້ອ, ຖານສະຫາຍອ້າຍນ້ອງ ໄດ້ກາຍເປັນການຮ່ວມແຮງຮ່ວມໃຈສ້າງປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ, ເປັນຕົວແບບຂອງການພົວພັນມິດຕະພາບ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ ສາມັກຄີ.

ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກໍໄດ້ຍົກບາງຂໍ້ສະເໜີ ແລະ ທິດທາງໃຫຍ່ໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທີໜຶ່ງແມ່ນ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ທີສອງແມ່ນ; ຍົກລະດັບການຮ່ວມມືອັນແທດຈິງໃນບັນດາຂົງເຂດ, ຈຸດສຸມແມ່ນນຳການຮ່ວມມືວິທະຍາສາດເຕັກໂນໂລຊີກາຍເປັນເສົາຄ້ຳໃໝ່, ກຳລັງໜູນໃໝ່, ຈຸດພົ້ນເດັ່ນໃໝ່ໃຫ້ແກ່ການພົວພັນສອງຝ່າຍ, ທີສາມແມ່ນ; ຜັນຂະຫຍາຍປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ – ຈີນ ປີ 2025 ໃຫ້ເປັນຢ່າງດີ, ທີສີ່ແມ່ນ; ເພີ່ມທະວີການແລກປ່ຽນ, ສົມທົບກັນໃນບັນດາເວທີປາໄສສາກົນ, ພາກພື້ນ ຊຶ່ງສອງຝ່າຍພ້ອມກັນເປັນສະມາຊິກ, ສະໜັບສະໜູນຊຶ່ງກັນ ແລະ ກັນ ຍົກສູງບົດບາດ, ທີ່ຕັ້ງບົນເວທີສາກົນ, ທີຫ້າແມ່ນ; ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລໃຫ້ສົມເຫດສົມຜົນ ບົນພື້ນຖານປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ, ສອດຄ່ອງກັບກົດໝາຍສາກົນ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ທະຕາເວັນອອກ ແລະ ໃນພາກພື້ນ.

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ຈີນ ຕີລາຄາສູງບັນດາຄຳເຫັນທີ່ຕັ້ງໜ້າ ແລະ ຂໍ້ສະເໜີສຳຄັນຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ພ້ອມທັງຢັ້ງຢືນພັກ, ລັດ ຈີນ ປາຖະໜາ ແລະ ພ້ອມແລ້ວທີ່ຈະຮັກສາການແລກປ່ຽນຍຸດທະສາດຂັ້ນສູງກັບ ຫວຽດນາມ; ປະຕິບັດແຜນການຮ່ວມມືເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ກັບຂອບເຂດ “ສອງແລວ, ໜຶ່ງເສັ້ນທາງ” ໃຫ້ເປັນຢ່າງດີ; ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຊຸກຍູ້ການຮ່ວມມືກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ, ໂດຍສະເພາະແມ່ນ 3 ເສັ້ນທາງລົດໄຟເຊື່ອມຕໍ່ສອງປະເທດ, ເຂດຮ່ວມມືເສດຖະກິດຜ່ານຊາຍແດນ, ດ່ານຊາຍແດນອັດສະລິຍະ; ເປີດກວ້າງການນຳເຂົ້າສິນຄ້າທີ່ມີຄຸນນະພາບສູງຂອງ ຫວຽດນາມ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຫາກໍພົ້ນເດັ້ນ; ສະເໜີໃຫ້ສອງຝ່າຍປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງໃຫ້ເປັນຢ່າງດີ, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ ແລະ ເປີດກວ້າງການຮ່ວມມືຢູ່ທະເລ.

ພາຍຫຼັງການພົບປະເຈລະຈາ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານງານລ້ຽງຮອງຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ຄະນະຜູ້ແທນຂັ້ນສູງ ຈີນ ຢ່າງສົມກຽດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version