Home ຂ່າວຕ່າງປະເທດ ອິນໂດເນເຊຍ ກຽມສ້າງເຮືອນໃຫ້ສື່ມວນຊົນ 1,000 ຫຼັງ

ອິນໂດເນເຊຍ ກຽມສ້າງເຮືອນໃຫ້ສື່ມວນຊົນ 1,000 ຫຼັງ

0

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ມາຣູອາຣາ ຊິຣາອິດ ລັດຖະມົນຕີກະຊວງເຄຫາ ແລະ ການຕັ້ງຖິ່ນຖານຂອງອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານອິນໂດເນເຊຍມີແຜນທີ່ຈະສ້າງເຮືອນ ຈຳນວນ 1,000 ຫຼັງສໍາລັບນັກຂ່າວ. ພິທີວາງສີລາລືກໂຄງການດັ່ງກ່າວຈະຈັດຂຶ້ນໃນວັນທີ 6 ພຶດສະພານີ້ ໂດຍການຮ່ວມມືກັບກະຊວງຄົມມະນາຄົມຂົນສົ່ງ, ທຸລະກິດດີຈີຕອນ ແລະ ຫ້ອງການສະຖິຕິສູນກາງ.

ໃນໄລຍະເບື້ອງຕົ້ນ ລັດຖະບານຈະມອບເຮືອນ ຈຳນວນ 100 ຫຼັງໃຫ້ນັກຂ່າວທີ່ມີຄຸນສົມບັດເໝາະສົມ ໂດຍໄດ້ຮັບການສະໜັບສະໜູນຈາກສະມາຄົມນັກຂ່າວອິນໂດເນເຊຍ ຊຶ່ງ ທ່ານ ມາຣູອາຣາ ຊິຣາອິດ ກ່າວວ່າ: ການຈັດລຳດັບຄວາມສຳຄັນຂອງຜູ້ໄດ້ຮັບສິດເປັນສິ່ງທ້າທາຍ. ເນື່ອງຈາກວ່າຄວາມຕ້ອງການແມ່ນມີຫຼາຍກວ່າຈໍານວນເຮືອນທີ່ສາມາດຈັດສັນໃຫ້ໄດ້. ສະນັ້ນ, ລັດຖະບານຈຶ່ງຕັ້ງໃຈເຮັດໃຫ້ຂະບວນການຄັດເລືອກດັ່ງກ່າວມີຄວາມໂປ່ງໃສ, ເປັນກາງ ແລະ ຖືກກັບເປົ້າໝາຍ. ທ່ານກ່າວຕື່ມວ່າ, ນີ້ແມ່ນຄັ້ງທຳອິດທີ່ລັດຖະບານໄດ້ເປີດໂຄງການລັກສະນະດັ່ງກ່າວ ສຳລັບນັກຂ່າວໂດຍສະເພາະ.

ທັງນີ້, ອິນໂດເນເຊຍຕັ້ງເປົ້າສ້າງເຮືອນໃຫ້ໄດ້ 15 ລ້ານຫຼັງພາຍໃນໄລຍະເວລາ 5 ປີຂ້າງໜ້າ ພາຍໃຕ້ການນຳພາຂອງ ທ່ານ ພຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ. ໂດຍໂຄງການເຮືອນສຳລັບນັກຂ່າວແມ່ນໜຶ່ງໃນນະໂຍບາຍສຳຄັນຂອງທ່ານ ພຣາໂບໂວ ແລະ ທ່ານ ກິບຣານ ຣາກາບູມິງຣາກາ ຮອງປະທານາທິບໍດີ ອິນໂດເນເຊຍ ທີ່ສະເໜີໃນໄລຍະການໂຄສະນາຫາສຽງເລືອກຕັ້ງປີ 2024.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version