ພະອາຈານອິດສະໂຍ ສັດຈະວະໂຣ ເຈົ້າອະທິການວັດປ່າສາມັກຄີທໍາສະພັງເມິກ ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 10 ເມສາຜ່ານມາ ກ່ຽວກັບປະເພນີການຕົບພະທາດເຈດີຊາຍໃນເທດສະການບຸນປີໃໝ່ລາວປະຈຳປີ 2025. ພະອາຈານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາໂດຍສັງເຂບວ່າ: ປະເພນີການຕົບພະທາດເຈດີຊາຍ ຊຶ່ງເປັນອີກກິດຈະກຳໜຶ່ງທີ່ນອນໃນກາລະວັນສັງຂານຂຶ້ນຕິດພັນກັບກິດຈະກໍາບຸນປີໃໝ່ລາວ ຊຶ່ງເປັນປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານນະການເພື່ອຄວາມເປັນສິລິມຸງຄຸນ, ຄວາມຢູ່ດີມີສຸກ ແລະ ຄວາມຈະເລີນກ້າວໜ້າໃນຊີວິດສ່ວນຕົວ, ຄອບຄົວ, ທຸລະກິດການງານ ປະກອບສ່ວນພັດທະນາສ້າງສາໃຫ້ແກ່ວັດ, ບ້ານ ແລະ ປະຊາ ຊົນເປັນຢ່າງດີ.

ພະອາຈານ ກ່າວໃຫ້ຮູ້ອີກວ່າ: ປະເພນີລາວເຮົາແມ່ນພາກັນກໍ່ພະຊາຍ ຊຶ່ງໃນເລື່ອງນີ້ແຕ່ທຳອິດກໍຄົງກໍ່ເປັນຮູບພູເຂົາ ສົມມຸດວ່າເປັນພູເຂົາໄກລາດ ບ່ອນປະດິດສະຖານຫົວກະບິນລະພົມນັ້ນເອງ ພາຍລຸນມານັກປາດທາງພຸດທະສາສະໜາເຫັນວ່າ ເຮັດແນວນັ້ນມັນບໍ່ໄດ້ປະໂຫຍດອັນໃດ ຈຶ່ງຫາອຸບາຍແຕ່ງນິທານຂຶ້ນເປັນເລື່ອງກໍ່ເຈດີຊາຍວ່າໄດ້ບຸນຫຼາຍ ແຕ່ຕ້ອງເອົາມາກໍ່ໃນວັດ ຄວາມຈິງແມ່ນເພິ່ນຢາກໄດ້ດິນຊາຍໃສ່ເດີ່ນວັດ ເພື່ອມາກັນຫຍ້າບໍ່ໃຫ້ເກີດ ຫຼື ເກີດກໍຫຼົກງ່າຍ ແລະ ບາງປີກໍຕ້ອງການຊາຍໃນການກໍ່ສ້າງທາດ ແລະ ກຸດຕິວິຫານສີມາດ້ວຍ ອັນນັບວ່າເປັນອຸບາຍທີ່ດີ ແລະ ມີປະໂຫຍດເປັນອັນມາກ ເພາະວ່າເລື່ອງສົງການ ຫຼື ວັນສັງຂານທັງໝົດນັ້ນເປັນເລື່ອງຂອງພາມ ເປັນເລື່ອງທີ່ໄດ້ມາຈາກສາສະໜາພາມ ແຕ່ເມື່ອເຮົາໄດ້ນັບຖືພຸດທະສາສະໜາແລ້ວ ຄູບາກໍເລີຍດັດແປງຫັນປ່ຽນເຂົ້າມາໃສ່ສາສະໜາພຸດນຳອີກ ຫຼື ເອົາພຸດທະສາສະໜາເຂົ້າໄປແຊກຊຶມໄວ້ໃນຫຼັກການຂອງສາສະໜາພາມທີ່ເຮົາຖືມາແຕ່ກ່ອນ. ດັ່ງໄດ້ກ່າວໄວ້ໃນປະເພນີພະສັງຄະເຈົ້າເຂົ້າກໍາໃນເດືອນອ້າຍເດືອນຍີ່ ແລະ ປະເພນີວັນເດືອນສາມເພັງ ອັນເປັນວັນມາຄະບູຊາແທນວັນສິວະລາຕີຂອງສາສະໜາພາມ.
ພະອາຈານກ່າວເນັ້ນອີກວ່າ: ມາເຖິງປັດຈຸບັນ ການກໍ່ພະທາດເຈດີຊາຍໃນເທດສະການບຸນປີ ໃໝ່ລາວແມ່ນການນໍາເອົາຊາຍມາກອງ ແລະ ຕົບແຕ່ງໃຫ້ເປັນຮູບຊົງເຈດີມີລັກສະນະຕ່າງໆ ໂດຍມີການປະດັບປະດາດ້ວຍຊໍ່ທຸງ, ທຸງໄຊ, ທຸງຮູບ 12 ລາສີ ແລະ ດອກໄມ້ທູບທຽນຢ່າງງົດງາມເອີ້ນວ່າພະທາດຊາຍ ຫຼື ເຈດີຊາຍເພື່ອເປັນການອະນຸລັກສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງລາວ ເພື່ອຄວາມເປັນສິລິມຸງຄຸນ, ຄວາມຈະເລີນຮຸ່ງເຮືອງ, ຄວາມຢູ່ດີມີສຸກໃຫ້ແກ່ວັດ, ບ້ານ ແລະ ປະຊາຊົນເປັນຢ່າງດີ.