ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ບັນດາສະຫາຍອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568 ໃນວັນທີ 8 ເມສາ 2025. ໃນນີ້, ໄດ້ເຂົ້າພົບປະ ແລະ ອວຍພອນ ສະຫາຍ ຈູມມະລີ ໄຊຍະສອນ, ສະຫາຍ ບຸນຍັງ ວໍລະຈິດ. ພ້ອມນີ້, ຍັງໄດ້ພົບປະ ແລະ ອວຍພອນ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາການນຳກະຊວງການເງິນ, ກະຊວງປ້ອງກັນປະເທດ, ສຳນັກງານຫ້ອງວ່າລັດຖະບານ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກອງບັນຊາການທະຫານນະຄອນຫລວງວຽງຈັນ.

ໂອກາດນີ້, ສະຫາຍ ພົນຕີ ຮ່າທໍ້ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດ ນາມ ໄດ້ສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 2 ເມສາ 2025 ຜ່ານມາ, ສະຫາຍໄດ້ເພີ່ມພູນຄູນສ້າງ ຮັດແໜ້ນສາຍພົວພັນຮ່ວມມື ແລະ ໃກ້ຊິດຕິດ ແທດກັບພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ໃນຕະຫລອດໄລຍະຜ່ານມາ.
ພ້ອມກັນນີ້, ສະຫາຍ ພົນຕີ ຮ່າທໍ້ບິ່ງ ຍັງໄດ້ກ່າວອວຍພອນປີໃໝ່ ໃຫ້ບັນດາການນຳຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ນຳພາລັດຖະບານ ແລະ ບັນດາກະຊວງ, ຂະແໜງການສູນກາງໃຫ້ມີການພັດທະນາຈະເລີນຮຸ່ງເຮືອງຍິ່ງຂຶ້ນ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄວາມເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກທຸກຢ່າງ, ຊ່ວຍເຫລືອກຳລັງຕ່າງໆຂອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ການຕ່າງປະເທດດ້ານການປ້ອງກັນຊາດຢູ່ ສປປ ລາວ ໄດ້ສຳເລັດເປັນຢ່າງດີ. ໃນນັ້ນ, ພາຍໃຕ້ການນຳພາ, ຊີ້ນຳ ຂອງຄະນະພັກ, ກອງບັນຊາການທະຫານເຂດ 4, ໃນໄລຍະຜ່ານມາ, ບໍລິສັດຮ່ວມມືເສດຖະກິດ ໄດ້ປະຕິບັດໜ້າທີ່ຢູ່ລາວ ໂດຍປະຕິບັດຕາມກົດໝາຍຂອງ ສປປ ລາວຢ່າງເຂັ້ມງວດ, ປະຕິບັດໜ້າທີ່ເສດຖະກິດທີ່ຕິດພັນກັບການປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າງົບປະມານໃຫ້ລັດ ສປປ ລາວ ຢ່າງຄົບຖ້ວນ.
ໂອກາດນີ້, ພັກ-ລັດຖະບານ ແລະ ບັນດາກະຊວງ, ຂະແໜງການສູນກາງ ຂອງສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ທີ່ເດີນທາງມາຢ້ຽມຢາມ, ສະແດງຄວາມເສຍໃຈຕໍ່ການຈາກໄປຂອງ ພົນເອກ ຄຳໄຕ ສີພັນດອນ, ອະດີດປະທານພັກ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້. ພ້ອມທັງລາຄາສູງຕໍ່ບົດບາດ, ຜົນງານການເຄື່ອນໄຫວຂອງກອງບັນຊາການທະຫານເຂດ 4 ໂດຍສະເພາະແມ່ນບໍລິສັດຮ່ວມມືເສດຖະກິດ ໃນການປະຕິບັດໜ້າທີ່ການທະຫານ, ວຽກງານປ້ອງກັນຊາດ ແລະ ການຜະລິດດຳເນີນທຸລະກິດ, ຊ່ວຍປະຊາຊົນລາວພັດທະນາເສດຖະກິດ, ດຳລົງຊີວິດໃຫ້ມີສະຖຽນລະພາບຢູ່ເຂດທ້ອງຖິ່ນທີ່ຫຍຸ້ງຍາກ, ເຂດຊາຍແດນ. ການນຳລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງລາວ ຫວັງວ່າ ບັນດາຫົວໜ່ວຍຂອງກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດ ນາມ ຈະສືບຕໍ່ພັດທະນາ, ຂະຫຍາຍໂຄງການ, ຮູບແບບ, ວິທີການຈັດຕັ້ງປະຕິບັດທີ່ມີປະສິດທິຜົນຢູ່ບັນດາບ້ານກຸ່ມເປົ້າໝາຍ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢູ່ບັນດາທ້ອງຖິ່ນທີ່ຫຍຸ້ງຍາກ, ຊ່ວຍປະຊາຊົນລາວດຳລົງຊີວິດໃຫ້ມີສະຖຽນລະພາບ ແລະ ການພັດທະນາດີຂຶ້ນກວ່າເກົ່າ.