Home ຂ່າວໜ້າໜຶ່ງ ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

0

ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ແລະ ເດີນທາງກັບນະຄອນຫຼວງວຽງຈັນດ້ວຍຄວາມປອດໄພ ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະນຳບັນດາກະຊວງ, ອົງການ, ກົມ, ກອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນທີ່ສະໜາມບິນສາກົນວັດໄຕ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ກ່ອນເດີນທາງກັບມານະຄອນຫຼວງວຽງຈັນ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຂອງກອງທັບປະຊາຊົນລາວຍັງໄດ້ມອບໂຕະ, ຕັ່ງ, ເຕັ້ນ, ອຸປະກອນຮັບໃຊ້ພາກສະ ໜາມ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ລວມມູນຄ່າ 252,000,000 ກີບ ມອບໃຫ້ອົງການປົກຄອງເມືອງເຈົາແຊ ໂດຍການກ່າວມອບຂອງສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ພ້ອມນັ້ນ, ລັດຖະບານແຫ່ງ ສປປ ລາວ ກໍໄດ້ມອບເຂົ້າສານຈຳນວນ 3 ໂຕນ ໃຫ້ ສສ ມຽນມາ ຕື່ມອີກ ຕາງໜ້າກ່າວມອບໂດຍທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຢາງກຸ້ງ ສສ ມຽນມາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version