Home ບຸນປະເພນີ ປະຫວັດຄວາມເປັນມາບຸນປີໃໝ່ລາວ

ປະຫວັດຄວາມເປັນມາບຸນປີໃໝ່ລາວ

0

ພະອາຈານ ໄພວັນ ມາລາວົງ ກໍາມະການຄະນະບໍລິຫານງານສູນກາງ ອົງການພຸດທະສາສະໜາສໍາພັນລາວໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 2 ເມສາ ຜ່ານມາ ໂດຍພະອາຈານໄດ້ໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາຂອງບຸນປີໃໝ່ລາວໂດຍສັງເຂບວ່າ: ດົນນານມາແລ້ວມີເສດຖີຄົນໜຶ່ງ ມີເງິນແຕ່ບໍ່ມີລູກ ຕັ້ງເຮືອນຢູ່ໃກ້ກັບເຮືອນຂອງຄົນຂີ້ເຫຼົ້າທີ່ມີລູກສອງຄົນ ມີມື້ໜຶ່ງຄົນຂີ້ເຫຼົ້າເວົ້າໃຫ້ເສດຖີ ຈົນເສດຖີເກີດຄວາມນ້ອຍໃຈຈຶ່ງໄດ້ບວງສວງພະອາທິດ ພະຈັນ ໂດຍໄດ້ຕັ້ງຈິດອະທິຖານຂໍລູກຢູ່ກວ່າສາມປີ ກໍບໍ່ມີວີ່ແວວທີ່ຈະມີລູກ, ຢູ່ມາ ມື້ໜຶ່ງພໍເຖິງໄລຍະທີ່ພະອາທິດຍົກຂຶ້ນສູ່ລາສີເມດ ເສດຖີໄດ້ພາບໍລິວານໄປຍັງຕົ້ນໄຮແຄມນໍ້າ, ພໍເຖິງກໍໄດ້ເອົາເຂົ້າສານລົງລ້າງໃນນໍ້າເຈັດເທື່ອເພື່ອບູຊາອະທິຖານຂໍລູກກັບລຸກຂະເທວະດາໃນຕົ້ນໄຮນັ້ນ, ລຸກຂະເທວະດາເຫັນໃຈເສດຖີຈຶ່ງໄດ້ເຫາະເຫີນໄປທູນພະຍາອິນ ບໍ່ຊ້າພະຍາອິນກໍມີເມດຕາປະທານໃຫ້ເທພະບຸດອົງໜຶ່ງຊື່ວ່າ “ທຳມະບານ” ລົງໄປປະຕິສົນທິໃນມົດລູກເມຍເສດຖີໄດ້ເກົ້າເດືອນກໍເກີດອອກມາ ເສດຖີຕັ້ງຊື່ໃຫ້ກຸມານນ້ອຍນີ້ວ່າ ທຳມະບານກຸມານ ແລະ ໄດ້ປຸກຜາສາດໄວ້ໃຕ້ຕົ້ນໄຮໃຫ້ກຸມານນີ້ຢູ່ອາໄສ.

ຫຼາຍປີຕໍ່ມາ ເມື່ອທຳມະບານກຸມານໃຫຍ່ຂຶ້ນ ກໍໄດ້ຮຽນຮູ້ພາສານົກ ແລະ ຮຽນໄຕເພດຈົບ ເມື່ອອາຍຸໄດ້ເຈັດປີພວກເຂົາໄດ້ເປັນອາຈານໄລ່ມື້ໄລ່ວັນມຸງຄຸນຕ່າງໆໃຫ້ແກ່ຄົນທັງຫຼາຍ ຢູ່ມາມື້ໜຶ່ງທ້າວກະບິນລະພົມ (ພະຍາພົມ) ໄດ້ລົງມາຖາມບັນຫາກັບທຳມະບານກຸມານ 3 ຂໍ້ ຖ້າທຳມະບານກຸມານຕອບໄດ້ ກໍຈະຕັດສຽນ (ຫົວ) ບູຊາ ແຕ່ຖ້າຕອບບໍ່ໄດ້ຈະຕັດຫົວທຳມະບານກຸມານຖິ້ມເສຍ ທ້າວກະບິນລະພົມຖາມທຳມະບານກຸມານວ່າ: ຕອນເຊົ້າລາສີຢູ່ທີ່ໃດ, ຕອນທ່ຽງລາສີຢູ່ທີ່ໃດ ແລະ ຕອນຄໍ່າລາສີຢູ່ທີ່ໃດ. ທັນໃດນັ້ນ ທຳມະບານກຸມານຈຶ່ງຂໍເວລາກັບທ້າວກະບິນລະພົມເປັນເວລາ 7 ມື້ ເພື່ອໄປຄົ້ນຄວ້າຫາຄໍາຕອບ. ທາງທຳມະບານກຸມານ ກໍພະຍາຍາມຄິດຄົ້ນຫາຄຳຕອບເມື່ອຫຍັບລ່ວງເຂົ້າມື້ທີ່ 6 ທຳມະບານກຸມານກໍລົງຈາກຜາສາດມານອນຢູ່ໃຕ້ຕົ້ນຕານ ເຂົາຄິດວ່າຂໍຕາຍໃນທີ່ລັບຍັງດີກວ່າໄປຕາຍດ້ວຍອາຍາທ້າວກະບິນລະພົມ ບັງເອີນເທິງຕົ້ນໄມ້ມີນົກແຮ້ງ 2 ໂຕຜົວເມຍເຮັດຮັງຢູ່. ນາງນົກແຮ້ງຖາມຜົວວ່າມື້ອື່ນນີ້ເຮົາຈະໄປຫາອາຫານແຫ່ງໃດ ຜົວຕອບນາງແຮ້ງວ່າ ເຮົາຈະໄປກິນສົບທຳມະບານກຸມານ ຊຶ່ງທ້າວກະບິນລະພົມຈະຂ້າເສຍດ້ວຍແກ້ບັນຫາບໍ່ໄດ້. ນາງນົກຈຶ່ງຖາມວ່າ ຄໍາຖາມທີ່ທ້າວກະບິນລະພົມຖາມຄືຫຍັງ?. ຜົວກໍເລົ່າໃຫ້ຟັງ ຊຶ່ງນາງນົກກໍບໍ່ສາມາດຕອບໄດ້ ຜົວຈຶ່ງສະເຫຼີຍວ່າ ຕອນເຊົ້າລາສີຈະຢູ່ທີ່ໜ້າ ຄົນຈຶ່ງຕ້ອງລ້າງໜ້າທຸກໆເຊົ້າ; ຕອນທ່ຽງລາສີຈະຢູ່ທີ່ໜ້າເອິກ ຄົນຈຶ່ງອາບນໍ້າ ແລະ ເອົາເຄື່ອງຫອມປະພົມທີ່ໜ້າເອິກ ແລະ ສ່ວນຕອນຄໍ່າລາສີຈະຢູ່ທີ່ຕີນ ຄົນເຮົາຈຶ່ງຕ້ອງລ້າງຕີນກ່ອນເຂົ້ານອນ. ທຳມະບານກຸມານກໍໄດ້ຮູ້ເລື່ອງທີ່ນົກແຮ້ງລົມກັນທັງໝົດຈຶ່ງຈົດຈຳໄວ້.

ເມື່ອມາຮອດມື້ນັດໝາຍກັນແລ້ວ ທ້າວກະບິນລະພົມກໍມາຕາມສັນຍາທີ່ໃຫ້ໄວ້ທຸກປະການ ທຳມະບານກຸມານຈຶ່ງເອົາຄໍາຕອບທີ່ໄດ້ຍິນຈາກນົກໄປຕອບກັບທ້າວກະບິນລະພົມ ທ້າວທຳມະບານກຸມານກໍເອົາຊະນະ ແລະ ທ້າວກະບິນລະພົມຈຶ່ງຈຳເປັນຕ້ອງຕັດຫົວໂຕເອງຕາມທີ່ສັນຍາໄວ້. ທ້າວກະບິນລະພົມຈຶ່ງເອີ້ນລູກສາວທັງເຈັດອັນເປັນປາທະຈາລິກາພະອິນມາລວມພ້ອມກັນແລ້ວບອກວ່າ ເຮົາຈະຕັດສຽນບູຊາທຳມະບານກຸມານ ຖ້າຈະຕັ້ງໄວ້ຍັງແຜ່ນດິນໄຟກໍຈະໄໝ້ໂລກ, ຖ້າຈະໂຍນຂຶ້ນໄປເທິງອາກາດຝົນກໍຈະແລ້ງ, ຖ້າຈະຖິ້ມໃນມະຫາສະໝຸດນໍ້າກໍຈະແຫ້ງ ຈຶ່ງໃຫ້ທິດາທັງເຈັດນໍາພານມາຮອງຮັບແລ້ວກໍຕັດສຽນໃຫ້ນາງທຸງສະເທວີຜູ້ເປັນທິດາອົງໃຫຍ່ ຈາກນັ້ນນາງທຸງສະເທວີກໍອັນເຊີນພະສຽນທ້າວກະບິນລະພົມວຽນຂວາຮອບພູເຂົາພະສຸເມນ ແລ້ວເກັບຮັກສາໄວ້ໃນຖໍ້າຄັນທຸລີ ໃນພູເຂົາໄກລາດ.

ນັບແຕ່ມື້ນັ້ນມາທຸກໆປີ ທິດາຂອງທ້າວກະບິນລະພົມທັງ 7 ນາງ ກໍຈະຜັດປ່ຽນໝູນວຽນມາເຮັດໜ້າທີ່ອັນເຊີນພະສຽນທ້າວກະບິນລະພົມ (ຜູ້ເປັນພໍ່) ແຫ່ໄປຮອບພູເຂົາພະສຸເມນ ແລ້ວປະດິດສະຖານໄວ້ຄືເກົ່າ ໃນແຕ່ລະປີນາງສົງການແຕ່ລະນາງຈະເຮັດໜ້າທີ່ຜັດປ່ຽນກັນຕາມວັນມະຫາສົງການດັ່ງນີ້: 1) ຖ້າວັນອາທິດເປັນມື້ມະຫາ ສົງການ (ສັງຂານລ່ວງ) ນາງສົງການນາມທຸງສະເທວີ ຊົງພາຫຸລັດທັດດອກພິລາ ອາພອນແກ້ວປັດທະມະລາດ ພັກສາຫານອຸທຸມພອນ (ໝາກເດື່ອ) ພະຫັດຂວາຊົງກົງຈັກເທິງຫຼັງຄຸດ, ພະຫັດຊ້າຍຊົງສັງ (ຫອຍ) ສະເດັດມາ; 2) ຖ້າວັນຈັນ ເປັນມື້ມະຫາສົງການ ນາງສົງການນາມໂຄລາຄະເທວີ ຊົງພາຫຸລັດທັດດອກປີບ ອາພອນແກ້ວມຸກດາ ພັກສາຫານເຕລັງ (ນໍ້າມັນ) ພະຫັດຂວາຊົງຂັນ ພະຫັດຊ້າຍຊົງໄມ້ຄ້ອນເທົ້າ ສະເດັດມາເທິງຫຼັງພະຍັກ (ເສືອ); 3) ຖ້າວັນອັງຄານເປັນມື້ມະຫາສົງການ ນາງສົງການນາມຣາກສະເທວີ ຊົງພາຫຸລັດທັດດອກບົວຫຼວງ ອາພອນແກ້ວໂມລາ ພັກສາຫານເລືອດ ພະຫັດຂວາຊົງຕີສູນ (ເຫຼັກສາມແຫຼມ) ພະຫັດຊ້າຍຊົງທະນູ ສະເດັດມາເທິງຫຼັງວະລາຫະ (ໝູ); 4) ຖ້າວັນພຸດ ເປັນມື້ມະຫາສົງການ ນາງສົງການນາມມົນທາເທວີ ຊົງພາຫຸລັດທັດດອກຈຳປາ ອາພອນແກ້ວໄພທູນ ພັກສາຫານນົມເນີຍ ພະຫັດຂວາຊົງເຂັມ ພະຫັດຊ້າຍຊົງໄມ້ເທົ້າ ສະເດັດມາເທິງຫຼັງຄັດລະພະ (ລາ); 5) ຖ້າວັນພະຫັດ ເປັນມື້ມະຫາສົງການ ນາງສົງການນາມກິລິ ນີເທວີ ຊົງພາຫຸລັດທັດດອກມົນທາ ອາພອນແກ້ວມໍລະກົດ ພັກສາຫານຖົ່ວງາ ພະຫັດຂວາຊົງຂໍຊ້າງ ພະຫັດຊ້າຍຊົງປືນ ສະເດັດມາເທິງຫຼັງຄະສະສານ (ຊ້າງ); 6) ຖ້າວັນສຸກ ເປັນມື້ມະຫາສົງການ ນາງສົງການນາມ ກິມິທາ ເທວີ ຊົງພາຫຸລັດທັດດອກຈົງກົນນີ ອາພອນແກ້ວບຸດສະລາຄໍາ ພັກສາຫານກ້ວຍນໍ້າ ພະຫັດຂວາຊົງຂັນ ພະຫັດຊ້າຍຊົງພິນ ສະເດັດມາເທິງຫຼັງມະຫິງສາ (ຄວາຍ); 7) ຖ້າວັນເສົາ ເປັນມື້ມະຫາສົງການ ນາງສົງການນາມມະໂຫ ທອນເທວີ ຊົງພາຫຸລັດທັດດອກສາມຫາວ ອາພອນແກ້ວນິນລັດຕະນະ ພັກສາຫານເນື້ອຊາຍ ພະຫັດຂວາຊົງກົງຈັກ ພະຫັດຊ້າຍຊົງຕີສູນ ສະເດັດມາເທິງຫຼັງມະຍຸລາ (ນົກຍູງ).

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version