Home ຂ່າວພາຍໃນ ແຂວງສະຫວັນນະເຂດ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງສະຫວັນນະເຂດ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

0

ຕອນເຊົ້າວັນທີ 9 ເມສາ 2025 ທີ່ສູນການຄ້າສະຫວັນໄອເຕັກ ແຂວງສະຫວັນນະເຂດ ໄດ້ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ພາຍໃຕ້ຄຳຂັວນທີ່ວ່າ: ຖະໜົນເພື່ອຊີວິດ ຂັບລົດຊ້າ ຊີວິດຍືນຍາວ ເຂົ້າຮ່ວມງານຄັ້ງນີ້ມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ບັນດາທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ ພ້ອມດ້ວຍຫົວໜ້າພະແນກການ ແລະ ມວນຊົນຊາວແຂວງສະຫວັນນະເຂດເຂົ້າຮ່ວມ 1,000 ກວ່າຄົນ.

ທ່ານ ຄຳຜອງ ສົມວິຈິດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ລາຍງານຄວາມສຳຄັນຂອງງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງວ່າ: ບັນຫາການເກີດອຸປະຕິເຫດທາງຫຼວງໃນທົ່ວໂລກ ໄດ້ມີອັດຕາການເພີ່ມຂຶ້ນຢ່າງໄວວາ ໂດຍສະເພາະໃນບັນດາປະເທດທີ່ກຳລັງພັດທະນາ ຊຶ່ງສ້າງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນຂອງ ສັງຄົມລວມທັງ ສ້າງຄວາມເສຍຫາຍຕໍ່ທາງດ້ານເສດຖະກິດ ແລະ ການພັດທະນາຂອງຫຼາຍໆ ປະເທດ, ອີງຕາມການສະຫຼຸບລາຍງານຂອງອົງການອະນາໄມໂລກ ໃຫ້ຮູ້ວ່າ ໃນແຕ່ລະປີ ທົ່ວໂລກ ມີຜູ້ເສຍຊີວິດຈາກການເກີດອຸປະຕິເຫດທາງຫຼວງ 1 ລ້ານ 2 ແສນຄົນ, ບາດເຈັບ 50 ລ້ານຄົນ ແລະ ມູນຄ່າເສຍຫາຍ ຫຼາຍກວ່າ 500 ຕື້ໂດລາ.

ສໍາລັບ ສປປ ລາວ ພວກເຮົາ ຕົວເລກຜູ້ເສຍຊີວິດແມ່ນສະເລ່ຍ 1,000 ຄົນ ຕໍ່ປີ ຊຶ່ງຫລາຍກວ່າການເຮັດສົງຄາມອີກຊໍ້າ ແລະ ສົ່ງຜົນເສຍຫາຍທາງດ້ານເສດຖະກິດ-ສັງຄົມ ຕົກເປັນເງິນຫຼາຍ ກວ່າ 175 ລ້ານໂດລາສະຫະລັດຕໍ່ປີ, ໃນນີ້ ຍັງບໍ່ທັນລວມການເສຍຫາຍດ້ານຊັບສິນ, ຜູ້ບາດເຈັບ ແລະ ຜູ້ພິການ ຫຼື ຜູ້ເສຍຊີວິດ 80% ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນ, ນັກສຶກສາ ແລະ ເປັນຜູ້ທີ່ສາມາດອອກແຮງງານໄດ້. ສາເຫດທີ່ພາໃຫ້ເກີດອຸປະຕິເຫດ ແມ່ນຂັບຂີ່ລົດໄວເກີນກຳນົດ, ເມົາແລ້ວຂັບ, ປ່ຽນທິດທາງ, ບໍ່ປ່ອຍສິດ, ຊີງແຊງບໍ່ຮັບປະກັນ, ພາຫະນະບໍ່ປອດໄພ ແລະ ບໍ່ປະຕິບັດກົດ ຈະລາຈອນ.

ໂອກາດດັ່ງກ່າວທ່ານ ປອ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ກ່າວເປີດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງປະຈຳປີ 2025 ຢ່າງເປັນທາງການ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ການຈັດງານໃນຄັ້ງນີ້ ຢັ້ງຢືນເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມ ຮັບຜິດຊອບຂອງລັດຖະບານກໍ່ຄືບັນດາແຂວງ ຕໍ່ວຽກງານຄວາມປອດໄພທາງຫຼວງ ແລະ ທັງເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຈະລາຈອນທາງບົກ (ໃຫ້ມີການຈັດສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງຂຶ້ນທຸກປິ ໃນອາທິດທໍາອິດຂອງເດືອນເມສາ), ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ (ປີ 2005) ເພື່ອໂຄສະນາ, ປຸກລະດົມສະຕິ ແລະ ປູກຈິດສຳນຶກໃຫ້ປະຊາຊົນທຸກຊັ້ນຄົນທົ່ວສັງຄົມ ເຫັນໄດ້ໄພອັນຕະລາຍຂອງການລະເມີດກົດຈະລາຈອນ ເປັນຕົ້ນ ການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບ ຊຶ່ງເປັນສາເຫດສ່ວນໃຫຍ່ໃນການເກີດອຸປະຕິເຫດ; ເຫັນໄດ້ເຖິງຜົນກະທົບ ແລະ ຜົນສະທ້ອນຂອງການເກີດອຸປະຕິເຫດຕໍ່ການດຳລົງຊີວິດຂອງສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version