Home ຂ່າວໜ້າໜຶ່ງ ວັນທີ 9 ເມສາ ວັນຄ້າຍວັນເກີດ ອະດີດ ປະທານປະເທດ ແຫ່ງ ສປປ ລາວ

ວັນທີ 9 ເມສາ ວັນຄ້າຍວັນເກີດ ອະດີດ ປະທານປະເທດ ແຫ່ງ ສປປ ລາວ

0

ປະທານ ໜູຮັກ ພູມສະຫວັນ ເກີດວັນທີ 9 ເມສາ ປີ 1914 ປະທານ ປະເທດແຫ່ງ ສປປ ລາວ ຜູ້ທີ 3, ຜູ້ນຳພັກ-ລັດ, ການນໍາປະຕິວັດຮຸ່ນທໍາອິດ ຂອງການປະຕິວັດລາວ ເພິ່ນແມ່ນຜູ້ໜຶ່ງທີ່ເປັນແບບຢ່າງທີ່ດີໃນການ ເສຍສະຫຼະເພື່ອປະເທດຊາດ ໜຶ່ງໃນການສະແດງອອກຂອງເພິ່ນ ເຊັ່ນຕົວຢ່າງ: ສູນກາງພັກຕົກລົງຢາກສ້າງເຮືອນຫຼັງໃຫຍ່ງາມໆໃຫ້ເພິ່ນ ແຕ່ລຸງຕອບວ່າ: “ຂອບໃຈທີ່ມີຄວາມຫວັງດີຕໍ່ເຮົາ, ເຮົາວ່າຢູ່ຄືແນວນີ້ກໍດີແລ້ວ ຄິດເຖິງສະໄໝທຳການຕໍ່ສູ້ກູ້ຊາດ ພວກເຮົາຍັງພາກັນນອນຢູ່ໃນປ່າດົງ, ນອນຢູ່ໃນຖໍ້າ ຫຼື ກ້ອງກົກໄມ້ໃຫຍ່ ທາກກັດ ຍຸງກິນ ຝົນຕົກຮໍ່າໃສ່ຫົວກໍ່ຍັງຢູ່ໄດ້. ຢູ່ຄືແນວນີ້ ແມ່ນດີຫຼາຍແລ້ວ ກໍາແພງວ່າມັນເອນງ່ຽງຈະລົ້ມກໍເອົາໄມ້ແຂງໆໄປຄໍ້າໄວ້ບໍ່ໃຫ້ມັນລົ້ມ ເອົາເງິນກ້ອນນັ້ນໄປຊ່ວຍເຫຼືອປະຊາຊົນທີ່ພວກເຂົາຍັງທຸກຍາກຢູ່ ຈະດີກວ່າ ເນີ….ເນີ…! ຖ້າປູກໃຫ້ເຮົາໃໝ່ໃຫຍ່ງາມ ເຮົາຈະບໍ່ຢູ່ ເພາະຄິດອາຍປະຊາຊົນ ເນີ…! “

ທ່ານ ໜູຮັກ ພູມສະຫວັນ ຜູ້ເປັນແບບຢ່າງໃຫ້ແກ່ລູກຫຼານ, ພໍ່ແມ່ປະຊາຊົນ ໃນການໃຊ້ຊີວິດທີ່ລຽບງ່າຍ, ປະຢັດມັດທະຍັດ, ໃຊ້ຊີວິດຕິດແທດກັບປະຊາຊົນ ລົງເຖິງກົກເຖິງຮາກຖານ ແລະ ຄວາມມີລະບຽບວິໄນ.

ສົມຄຳລໍ້າລືທີ່ວ່າ ພໍ່ເຖົ້າແສງສະຫວ່າງ ເປັນຜູ້ນຳທີ່ນຳເອົາແສງສະຫວ່າງເຂົ້າປະຊາຊົນໃນທຸກຫົນແຫ່ງ. ປະຊາຊົນຍັງເວົ້າໃຫ້ເພີ່ນວ່າ ພໍ່ເຖົ້າມີເສື້ອຜືນດຽວ ນຸ່ງມາແລ້ວກະຊັກພ້ອມ ມື້ອື່ນໄປປະຊຸມ ກະນຸ່ງຜືນນັ້ນຕໍ່.

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ລັດ ຂອງຊາດ ໂດຍສະເພາະກະກຽມຂໍ່ານັບຮັບຕ້ອນວັນເກີດ ທ່ານ ໜູຮັກ ພູມສະຫວັນ ຄົບຮອບ 111 ປີ ( 09 ເມສາ 1914 – 09 ເມສາ 2025 ) ມາຮອດນີ້, ເພື່ອລະລຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ທ່ານ ໜູຮັກ ພູມສະຫວັນ ທີ່ໄດ້ເສຍສະຫຼະອຸດທິດຕົນເພື່ອປະເທດຊາດ ເພື່ອປະຊາຊົນໃນໄລຍະຜ່ານມາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version