Home ຂ່າວຕ່າງປະເທດ ສປ ຈີນ ເລັ່ງພັດທະນາຫຸ່ນຍົນມະນຸດ ຕອບສະໜອງການໃຊ້ງານຕ່າງໆ

ສປ ຈີນ ເລັ່ງພັດທະນາຫຸ່ນຍົນມະນຸດ ຕອບສະໜອງການໃຊ້ງານຕ່າງໆ

0

ສຳນັກຂ່າວຊິນຮວາ ຂອງ ສປ ຈີນ,ວັນທີ7ເມສານີ້, ສປ ຈີນ ເລັ່ງພັດທະນາ ຫຸ່ນຍົນມະນຸດ ຄວາຟູ່(Kuavo)ຄວາມສູງ 1,7 ແມັດ ເພື່ອເຮັດໜ້າທີ່ ຕ້ອນຮັບແຂກ, ຕອບຄຳຖາມ ຜູ້ມາຢ້ຽມຢາມ ແລະ ແນະນຳ ເສັ້ນທາງ ໃຫ້ແກ່ ແຂກຜູ້ມາຮ່ວມ ກອງປະຊຸມ ພາຍໃນ ສູນນະວັດຕະກຳ ສາກົນ ຈົງກວນຊຸນ ທີ່ນະຄອນຫລວງ ປັກກິ່ງ. ປັດຈຸບັນ ຫຸ່ນຍົນ ດັ່ງກ່າວ ຖືກນຳໄປໃຊ້ງານ ໃນມະຫາວິທະຍໄລ,ຫໍວາງສະແດງ ແລະ ໂຮງງານ ຜະລິດລົດ.ນອກນີ້ ຍັງກຽມນຳໄປໃຊ້ງານ ໃນເຮືອນປະຊາຊົນ ແລະໃຫ້ບໍລິການອື່ນໆ ໃນອະນາຄົດ.ສປ ຈີນ ​ຖື​ສິດທິ​ບັດ ​ທີ່​ກ່ຽວ​ຂ້ອງ​ກັບ ​ຫຸ່ນ​ຍົນ 190.000ກວ່າ​ຊະນິດ, ກວມ​ເອົາ​ ປະມານ 2ສ່ວນ 3ຂອງ​ສິດທິ​ບັດ​ ທັງ​ໝົດ​ ໃນ​ທົ່ວ​ໂລກ.ຕະຫລາດ ​ຫຸ່ນ​ຍົນ​ມະນຸດ​ ຂອງ ສປ ​ຈີນ​ ຄາດ​ວ່າ​ ຈະ​ເພີ່ມ​ຂຶ້ນ​ເຖິງ 870ຕື້​ຢວນ ໃນ​ປີ 2030.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version