ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ຂຶ້ນໃນວັນທີ 31 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະພັກ, ຄະນະນຳ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍ ຕົວຂອງ ພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີຜ່ານມາ ໂດຍສະເພາະ ແມ່ນບັນດາຜົນງານອັນໃຫຍ່ຫລວງ ໃນການຊີ້ນຳ-ນຳພາທີ່ສະຫລາດສ່ອງໃສຂອງພັກ, ໃນຂະບວນການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນຈົນສາມາດຍາດເອົາໄຊຊະນະ ຢ່າງສົມບູນໃນປີ 1975, ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ, ພັກໄດ້ສືບຕໍ່ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຮຳບາດແຜສົງຄາມ ດ້ວຍການວາງແນວທາງນະໂຍບາຍ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງປະເທດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມເງື່ອນໄຂຕົວຈິງ ໂດຍສະເພາະ ການປະຕິບັດແນວທາງປ່ຽນແປງໃໝ່ ນັບແຕ່ປີ 1986 ເປັນຕົ້ນມາ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດນັບມື້ໄດ້ຮັບຜົນສໍາເລັດອັນໃຫຍ່ຫລວງ, ສາມາດຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄວ້ໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕ ປະຊາຊົນ ມີສະຖຽນລະພາບຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົດບາດຂອງພັກ-ລັດ ສປປ ລາວ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດດຽວກັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ໃຫ້ກຽດປະດັບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ມີຜົນງານຄຸນງາມຄວາມດີປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ. ນອກຈາກນີ້, ຍັງໄດ້ມອບໃບຍ້ອງຍໍລັດຖະບານ ໃຫ້ກັບບຸກຄົນທີ່ມີຜົນງານປະກອບສ່ວນຊ່ວຍເຫລືອທຶນຮອນ ຜູ້ປະສົບໄພນໍ້າຖ້ວມ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ.