ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງລັດ ຮົງກາລີ.ໃນ ລະຫວ່າງ ວັນທີ 17-23 ມີນາ 2025, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບປະເທດ ຮົງກາລີໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ລາສໂລ ວີນດີດຊປະທານອົງການກວດສອບແຫ່ງລັດ ຮົງກາລີ.
ການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ຮ່ວມພິທີລົງນາມ ຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍຂົງເຂດວຽກງານກວດສອບແຫ່ງລັດແລະ ກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການບົນພື້ຖານຜັນຂະຫຍາຍຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງລັດ ຮົງກະລີ.
ການພົບປະສອງຝ່າຍໃນຄັ້ງນີ້, ບໍ່ພຽງແຕ່ເປັນຂີດໝາຍໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ, ຫາກຍັງເປັນການຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ; ສິ່ງສຳຄັນການພົວພັນຮ່ວມມືພາຍໃຕ້ຂອບການຮ່ວມມືສອງຝ່າຍ ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ກໍຄືການເສີມຂະຫຍາຍສາຍພົວພັນທາງການທູດຄົບຮອບ 63 ປີ (12/09/1962-12/09/2025). ກອງປະຊຸມພົບປະສອງຝ່າຍຄັ້ງນີ້, ນອກຈາກຄະນະຜູ້ແທນທັງສອງຝ່າຍ ໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນ ຂອງວຽກງານການກວດສອບ ແລ້ວ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກປ່ຽນບົດຮຽນດ້ານວິຊາການໃນຫົວຂໍ້: “ການກວດສອບການຈັດຕັ້ງປະຕິບັດຜົນການກວດສອບ”.
ນອກຈາກການແລກປ່ຽນບົດຮຽນ ທາງດ້ານວິຊາການແລ້ວ, ກອງປະຊຸມສອງຝ່າຍໄດ້ທົບທວນຄືນຜົນສໍາເລັດ ແລະ ທິດທາງການຮ່ວມມື ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.
1). ສອງຝ່າຍເຫັນດີສືບຕໍ່ພັດປ່ຽນ ພົບປະ-ຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍ ຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ;
2). ສະເໜີມອບໃຫ້ ກົມຮ່ວມມືສາກົນ ຂອງສອງອົງການ ສືບຕໍ່ປະສານສົມທົບປຶກສາຫາລືບັນດາຫົວຂໍ້ ແລກປ່ຽນ ດ້ານວຽກງານວິຊາສະເພາະທີ່ມີຄວາມສົນໃຈຮ່ວມກັນ ເພື່ອສ້າງຄວາມເຂັ້ມແຂງເຂົ້າໃນວຽກງານກວດສອບ ໂດຍການສ້າງເປັນແຜນກິດຈະກຳ ໃນແຕ່ລະປີຢ່າງເປັນປົກກະຕິ ເປັນຕົ້ນ: ການກວດສອບການຄຸ້ມຄອງເກັບລາຍຮັບດ້ານພາສີ-ອາກອນ; ການກວດສອບຜົນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະ ການກວດສອບເງິນຊ່ວຍເຫຼືອລ້າຂອງໂຄງການຕ່າງໆ;
3). ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ.
ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ສປປລາວໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ອົງການກວດສອບແຫ່ງລັດ ຮົງກາລີ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ; ພ້ອມດຽວກັນນັ້ນ ທ່ານ ລາສໂລ ວີນດີດຊ ປະທານອົງການກວດສອບແຫ່ງລັດ ຮົງກາລີກໍໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ຮົງກາລີ ຈະສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ແລະ ຈະເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການກວດສອບແຫ່ງລັດ ໃຫ້ມີຄການເຕີບໃຫຍ່ຂະຫຍາຍຕົວ ດ້ວຍບາດກ້າວທີໜັກແໜ້ນ ແລະ ເຂັ້ມແຂງຂື້ນເລື້ອຍໆ. ຈາກນັ້ນ, ຄະນະຜູ້ແທນຈາກອົງການກວດສອບແຫ່ງລັດ ສປປ ລາວ ໄດ້ເດີນທາງໄປພົບປະສະພາແຫ່ງຊາດ ຮົງກາລີ ໂດຍໃຫ້ການຕອນຮັບ ຂອງ ທ່ານ ເນແມັດ ໂຊນ ປະທານຄະນະກໍາມະທິການວຽກງານການຕ່າງປະເທດ ປະຈຳສະພາແຫ່ງຊາດ ຮົງກາລີ.
(ຂ່າວ: ອົງການກວດສອບແຫ່ງລັດ)